ກໍາ​ປັ່ນໂຮງໝໍ​ທີ່​ຊື່ວ່າ"​ສັນຕິພາບ"ຂອງ​ກອງທັບ​ເຮືອ​ຈີນ​ໄດ້​ເດີນ​ທາງ​​ໄປ​ຮອດ​ມຽນມາ​ແລະ​ໃຫ້​ການ​ບໍລິການ​ດ້ານ​ການ​ປິ່ນປົວ​ແກ່​ປະຊາຊົນ

(GMT+08:00) 2013-08-29 14:26:36     cri

​ຕອນ​ເຊົ້າວັນ​ທີ29ສິງ​ຫານີ້,ກໍາ​ປັ່ນ​ໂຮງໝໍ​ທີ່​ຊື່ວ່າ​"ສັນຕິພາບ​"ຂອງ​ກອງທັບ​ເຮືອ​ຈີນ​ທີ່​ປະຕິບັດ​ໜ້າ​ທີ່"ພາລະກິດ​ຄວາ​ມກົມກຽວ​ປີ2013"​ໄດ້​ເດີນທາງ​ໄປ​ຮອດ​ທ່າ​ເຮືອ​ທີລາ​ວາ​ຂອງ​ມຽນມາ​ທີ່​​ເປັນ​ສະ​ຖານທີ່​ແຫ່ງ​ທີ7ຂອງ​ການ​ປະຕິບັດ​ໜ້າ​ທີ່​ໃນຄັ້ງ​ນີ້​​ແລ​ະ​ດໍາ​ເນີນການ​ຢ້ຽມຢາມ​ໄມຕີ​ຈິດ​ມິດຕະພາບແລ​ະ​ການ​ບໍລິການ​ດ້ານ​ການ​ປິ່ນປົວ​ເປັນ​​ເວລາ6ມື້ຢູ່​ມຽນ​ມາ.


​ໃນ​ໄລຍະ​ຢ້ຽມຢາມ​ມຽນມາ,ໃນຂະນະທີ່ນໍາ​ໃຊ້​ກໍາ​ປັ່ນໃຫ້ການ​ບໍລິການ​ດ້ານ​ການ​ປິ່ນປົວແກ່ປະຊາຊົນທ້ອງຖິ່ນ,ກໍາ​ປັ່ນໂຮງໝໍລໍານີ້​ທີ່​ຊື່ວ່າ​ສັນຕິພາບຍັງ​ຈະ​ແຕ່​ງຕັ້ງ​ໜ່ວຍ​ປິ່ນ​ປົວ​11ໜ່ວຍໄປ​ສະ​ຖານ​ທີ່​ຕ່າງໆ​ເຊັ່ນສູນ​ສະມາຄົມ​ການ​ຄ້າ​ຂອງ​ຄົນ​ຈີນ​ທີ່​ຢູ່ມຽນມາ​ແລ​ະ​ໂຮງໝໍ​ແມ່​ແລະ​ເດັກ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເພື່ອ​ດໍາ​ເນີນ​ການ​ບໍລິການ​ດານ​ການ​ປິ່ນ​ປົວ.ພ້ອມ​ດຽວ​ກັນ​ນັ້ນ,ກໍາ​ປັ່ນໂຮງໝໍຍັງ​ຈະ​ຈັດ​ງານ​ລ້ຽງ​ຢູ່​​ເທິງ​ດາດ​​ຟ້າ​ກໍາ​ປັ່ນ,ຈັດການ​ແຂ່ງຂັນ​ບານ​ເຕະ​ມິດຕະພາບ​ກັບ​ທະ​ຫານ​ຂອງ​ກອງ​ທັບ​ເຮືອ​ມຽນມາ​ແລະ​ແຕ່ງ​ຕັ້ງ​ໜ່ວຍ​ປິ່ນປົວ​​ໄປ​ໂຮງຮຽນ​ແລະ​ໂຮງ​ລ້ຽງ​ເດັກ​ກໍາພ້າ​ທ້ອງ​ຖິ່ນ​​ເພື່ອ​​ໃຫ້ການ​ບໍລິການ​ດ້ານ​ການ​ປິ່ນປົວ​ແລະ​ດໍາ​ເນີນ​​ການ​ເຄື່ອນ​ໄຫວ​​ໃຫ້ການ​​ຊ່ວຍ​​ເຫລື​ອດ້ານ​ຕ່າງໆ.


​ໃນ​ກອງ​ປະຊຸມ​​ຖະ​ແຫລ​ງຂ່າວ​ທີ່​ຈັດ​ຂື້ນ​ຫລັງ​ຈາກ​ພິທີ​ຕ້ອນຮັບ,​ພົນ​ຕີເສີນ​ຮ້າວ ຜູ້​ບັນຊາ​ການພາລະກິດ​​ນີ້​ກ່າວ​ວ່າ,ກອງທັບ​ເຮືອ​ຈີນ​ເດີນ​ທາງ​ມາ​ນີ້​ແມ່ນ​ເພື່ອ​ສືບ​ທອດ​ມິດຕະພາບ,​ເປີດ​ກວ້າງການ​ແລກປ່ຽນ​ເຊິ່ງກັນ​ແລະ​ກັນ​ແລະ​ລົງ​ເລິກ​ການ​ຮ່ວມ​ມື.ທ່ານ​ເຊື່ອ​ໝັ້ນ​ວ່າ,ການ​ຢ້ຽ​ມຢາມ​ໄມຕີ​ຈິດ​ມິດຕະພາບ​ແລະ​ການ​ດໍ​າ​ເນີນ​ການ​ບໍລິການ​ດ້ານ​ການ​ປິ່ນປົວ​ໃນ​ຄັ້ງ​ນີ້ຍ່​ອມຈະ​ຮັດ​ແໜ້ນ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ແບບ​​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ກອງທັບ​ຈີນ​ແລະ​ມຽນມາ​ເວົ້າ​ລວມ,​ເວົ້າ​ສະ​ເພາະ​ກໍ​ຄື​ການ​ຮ່ວມ​ມື​ລະຫວ່າງ​ກອງ​ທັບ​ເຮືອ​ຈີນ​ແລະ​ມຽນມາ.

 


1.​ມວນ​ຊົນທີ່​ໃຫ້ການ​ຕ້ອນຮັບ​ກໍາ​ປັ່ນໂຮງໝໍ​ທີ່​ຊື່ວ່າ​"ສັນຕິພາບ​​"ໃນ​ທ່າ​ເຮືອ​ທີລາ​ວາ


2.ກໍາ​ປັ່ນໂຮງໝໍ​ທີ່​ຊື່ວ່າ​"ສັນຕິພາບ​"ໄດ້​ເດີນທາງ​​ໄປ​ຮອດ​ນະ​ຄອນ​ຢາງ​ກຸ້ງ​ມຽນມາ