​ໄທ​ຈະ​ເລີ່​ມນໍາ​ໃຊ້​ວິຊາ​​ເອ​ເລັກ​ໂຕຣ​ນິກ

(GMT+08:00) 2013-08-29 14:27:53     cri
ວັນ​ທີ28ສິງຫາ​ນີ້,ກະຊວງ​ການ​ຕ່າງປະ​ເທ​ດ​ໄທ​ໄດ້​ພົບ​ເຫັນ​ວ່າສະຖານ​ກົງສຸນ​ໃຫຍ່ໄທ​ປະ​ຈໍາ​ສະຫວັນນະ​​ເຂດ​ຂອງລາວ​ໄດ້ເສຍເຈ້ຍວິຊາ500ໃບເຊິ່ງເປັນ​ເທື່ອທີ3​ຂອງ​ສະ​ຖານ​ທູ​ດ​ແລະ​ສະຖານກົງ​ສຸນ​ໄທ​​ປະ​ຈໍາ​ຕ່າງປະ​ເທດໄດ້​ເສຍ​ເຈ້ຍ​ວິຊາ.​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງ​ກ່າວ​ທີ່​ເປັນ​ການ​ຂົ່ມ​ຂູ່​ຄວາ​​ມປອດ​​ໄພ​ຂອງຊາດ,ກະຊວງ​ການ​ຕ່າງປະ​ເທ​ດ​ໄທຄາດ​ວ່າ​ຈະ​​ເລີ່​ມນໍາ​ໃຊ້​ລະບົບ​ວິຊາ​​ເອ​ເລັກ​ໂຕຣ​ນິກກ່ອນທ້າ​ຍປີ2014ທີ່​ຈະ​ມາ​ເຖິງ​ນີ້.