ເຄື່ອງສໍາຫລວດດວງຈັນຊື່ສາງເອີ3ຂອງຈີນຈະເລືອກເວລາສົ່ງຂຶ້ນອະວະກາດໃນທ້າ​ຍປີ​ນີ້

(GMT+08:00) 2013-08-29 17:16:54     cri

ວັນ​ທີ28ສິງຫານີ້,ກົມ​ອຸ​ດສາ​ຫະກໍາ​ວິ​ທະ​ຍາສາ​ດ​ເຕັກ​ໂນ​ໂລ​ຊີປ້ອງ​ກັນ​ປະ​ເທດ​ຈີນ​ໃຫ້​ຊາບ​ວ່າ,ເຄື່ອງ​ສໍາ​ຫລວດ​ດວງ​ຈັນ​ຊື່ສາງ​ເອີ​3ຂອງ​ຈີນຈະ​ເລືອກ​ເວລາ​ຍິງ​ຂຶ້ນ​ສູ່​ອະວະກາດ​​ທີ່​ສູນ​ຍິງ​ສົ່ງດາວ​ທຽມ​ຊີ່​ຊ່າງ​ຂອງ​ຈີນໃນທ້າ​ຍປີນີ້.


ວັນ​ທີ28ສິງຫານີ້,ໜ່ວຍ​​ນໍ​າພາສະ​ເພາະ​ກິດຂອງ​ໂຄງການ​ສໍາ​ຫລວດ​ດວງ​ຈັນ​ໄດ້​ຈັດກ​ອງ​​ປະຊຸມ​ຄັ້ງ​ທີ11​ແລະ​ກອງ​ປະຊຸມ​ປຸກລະດົມ​ກ່ຽວ​ກັບ​​ໜ້າທີ່ສົ່ງສາງ​ເອີ​​3​​ເຂົ້າ​ຖານ​ຍິງ​ສົ່ງແລະ​ໄດ້​ອະນຸມັດ​ໃຫ້ສາງ​ເອີ​​3​ຈາກ​ໄລຍະ​ຄົ້ນຄວ້າ​ແລະ​ປະກອບສ້າງເຂົ້າ​ສູ່​ໄລຍະ​ດໍາ​ເນີນ​ການ​ຍິງ​ສົ່ງ​.


ທ່ານ​ມາ​ຊີ່​ງຢຸ້ຍ ຫົວໜ້າກົມ​ອຸ​ດສາ​ຫະກໍາ​ວິ​ທະ​ນາສາ​ດ​ເຕັກ​​ໂນ​ໂລ​ຊີປ້ອງ​ກັນ​ປະ​ເທດຈີນ​,ຫົວໜ້າ​ໜ່ວຍ​​​ນໍາພາ​​ໂຄງການ​ສໍາ​ຫລວດ​ດວງ​ຈັນ ທັງ​ເປັນ​ຜູ້​ບັນຊາ​ການ​ໃຫຍ່ກ່າວ​ວ່າ,ໜ້າ​ທີ່ຂອງສາງ​ເອີ​​​3ຈະ​ເປັນ​​ຍານອະວະ​ກາດຈີນທີ່​ຈອດ​ເທິງດວງ​ດາວ​ນອກ​ໜ່ວຍ​ໂລກ​ຢ່າງ​ນີ້ມນວນ​ເປັນ​ເທື່ອ​ທໍາ​ອິດເຊິ່ງມີ​ຄວາມ​​ຫຍຸ້ງຍາກ​ຫລາຍ​​ແລະ​ມີ​ຄວາມ​ສ່ຽງ​​ໄພ​ສູງ.