ທ່ານ​ຫຼີ​ເຄີ້ສຽງ​ພົບ​ປະ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ​ລວມໝູ່  ເນັ້ນ​ໜັກ​ໃຫ້​ກຳທິດ​ທາງ​ໃຫຍ່​​ແຫ່ງການ​ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ​ຈີນ-ອາ​ຊຽນ

(GMT+08:00) 2013-08-30 16:32:09     cri
ຕາມ​ຂ່າວCRI: ວັນ​ທີ29ສິງຫາ​ນີ້ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີ​ຈີນ​ໄດ້​ກ່າວ​​​ເນັ້ນ​ວ່າ, ຈີນ​ຍຶດໝັ້ນ​ຖືການ​ພັດທະນາ​ການ​ພົວພັນ​ກັບ​ອາ​ຊຽນ​ເປັນ​ທິດ​ທາງບູລິ​ມະ​ສິດ​​ແຫ່ງການຕ່າງປະ​ເທດ​ກັບປະ​ເທດ​ອ້ອມ​ຂ້າງ, ຍິນ​ດີ​ຮັກສາ​ການ​ແລກປ່ຽນ​ຢ່າງ​ແໜ້​ນ​ແຟ້ນກັບ​ບັນດາ​ປະ​ເທດ​ອາ​ຊຽນ, ກຳ​ທິດ​ທາງ​​ໃຫຍ່​​ແຫ່ງ​ການ​ຮ່ວມມື​ຍຸດ​ທະ​ສາດ​ຢ່າງໜັກແໜ້ນ.

​ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານຫຼີເຄີ້ສຽງ​​ໄດ້ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ10ປະ​ເທດ​ອາ​ຊຽນ​ແລະ​ທ່ານ​​ເລເລືອ​ງມິ​ງ, ​ເລຂາທິການ​ໃຫຍ່​ອາ​ຊຽນທີ່​ເດີນທາງ​ມາ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພິ​ເສດລັດຖະມົນຕີ​ການ​ຕ່າງປະ​ເທດຈີນ-ອາ​ຊຽນ. ກ່ອນ​ອື່ນ, ທ່ານ​ຫຼີ​ເຄີ້ສຽງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການຈັດ​ຂຶ້ນ​ຢ່າງ​ໄດ້​ຮັບ​ຜົນສຳ​ເລັດຂອງກອງ​ປະຊຸມ​ພິ​ເສດລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ-ອາຊຽນ​. ພ້ອມ​ກັນ​ນັ້ນ, ທ່ານຫຼີ​ເຄີ້ສຽງ​ກ່າວ​ວ່າ, ຈີນ​ຍຶດໝັ້ນ​ຖື​ການ​ພັດທະນາ​ການ​ພົວພັນ​ກັບ​ອາ​ຊຽນ​ເປັນ​ທິດ​ທາງ​ບູລິ​ມະ​ສິດ​​ແຫ່ງການ​ຕ່າງປະ​ເທດ​ກັບປະ​ເທດ​ອ້ອມ​ຂ້າງ, ປະຕິບັດ​ນະ​ໂຍບາຍ​ແບບ​ໄມຕີ​ຈິດ​ມິດຕະພາບ​ກັບປະ​ເທດ​ໃກ້​ຄຽງ;ຍິນ​ດີ​ຮັກສາ​ການ​ແລກປ່ຽນ​ຢ່າງ​ແໜ້​ນ​ແຟ້ນກັບປະ​ເທດ​ອາ​ຊຽນ, ກຳ​ທິດ​ທາງ​​ໃຫຍ່​​ແຫ່ງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ໜັກ​ແໜ້ນ, ຮ່ວມ​ກັນ​ຊຸກຍູ້​ໃຫ້​ພາກ​ພື້ນ​ນີ້​ສາມັກຄີ​ກັນ, ມີ​ຄວາມ​ໝັ້ນຄົງ, ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ພັດທະນາ​ຕໍ່​ໄປ.

ທ່ານ​ສຸຣາພົງ ​ໂຕ​ວິຈັກ​ໄຊ​ກຸນ, ຮອງ​ນາ​ຍົກ​ລັດຖະມົນຕີ​​ທັງ​ເປັນ​ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ​ເຊິ່ງ​ເປັນ​ປະ​ເທດ​ປະສານ​ງານ​ດ້ານ​ການ​ພົວພັນ​ລະຫວ່າງຈີນ-ອາ​ຊຽນ, ​ແລະສົມ​ເດັດ​​ໂມ​ຮາ​​ເມັດ ​ໂບນ​ເກ​ຍ, ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ບຣູ​​ໄນ​ໄດ້​ຕາງໜ້າ​ປະ​ເທດ​ອາ​ຊຽນປະກອບ​ຄຳ​ເຫັນ, ທ່ານ​ສຸຣາພົງ​ກ່າວ​ວ່າ:

"​ໃນ​ໄລຍະ10ປີຜ່ານມາ, ຜູ້ນຳ​ຂອງ​ປະ​ເທດ​ອາ​ຊຽນກັບ​ຜູ້​ນຳ​ຈີນ​ໄດ້​ຮ່ວມ​ກັນ​ທຳ​ການຕົກລົງທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ແລະ​ດ້ວຍສາຍຕາທີ່​ຍາວ​​ໄກ​ຄື: ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ສອງ​ຝ່າຍ. ​ໃນ10ຜ່ານ​ມາ​ນີ້, ສອງ​ຝ່າຍ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈເຊິ່ງກັນ​ແລະ​ກັນ, ສະໜັບສະໜູນ​ກັນ, ​​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​
​ໂຫຍ​ດຢ່າງ​ມີ​ໄມ​ຕີ​ຈິດ​ມິດຕະພາບ​ໃນ​ຂົງ​ເຂດທີ່​ກວ້າງຂວາງ​ແລະ​​ໃນ​ຫຼາຍ​ລະດັບ, ​ເຊິ່ງ​ໄດ້​ຊຸກຍູ້​ສະຖຽນ​ລະ​ພາບ,ການ​ພັດທະນາ​ແລະຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງ​ພາກ​ພື້ນ​ນີ້."

ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນບັນດາ​ທ່ານກ່າວ​ວ່າ, ການ​ພັດທະນາ​ຂອງ​ຈີນ​ໄດ້​ນຳ​ເອົາ​ໂອກາດມາ​ໃຫ້​ແກ່​ປະ​ເທດ​ອ້ອມ​ຂ້າງ​ຈີນ, ອາ​ຊຽນຍິນ​ດີ​ພະຍາຍາມ​ຮ່ວມ​ກັນ​ກັບຈີນ, ​ເພີ່​ມທະວີ​ການ​ແລ​ກປ່ຽນ​ປະສານ​ງານ​ກັນ, ປະດິດ​ສ້າງ​ຮູບ​ແບບການ​ຮ່ວມ​ມື, ​ເປີດ​ກວ້າງ​ການ​ແລກປ່ຽນ​​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​​ຕ່າງໆ, ​ເຊັ່ນ: ເສດຖະກິດ​ການ​ຄ້າ, ວັດທະນະທຳ, ຄວາມ​ປອດ​ໄພ​ບໍ່​ເປັນ​ມູນ​ເຊື້ອ, ທາງ​ທະ​ເລ​ແລະ​ຂົງ​ເຂດ​ອື່ນໆ, ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຢ່າງ​ເໝາະ​ສົມ, ຮັບປະກັນ​ໃຫ້​ກອງ​ປະຊຸມ​ຜູ້ນຳອາ​ຊຽນ-ຈີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ທຸ່ມ​ເທກຳລັງ​ແຮງ​ທີ່​ເຂັ້ມ​ແຂງ​ອັນໃໝ່​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ອາ​ຊຽນ-ຈີນ.

​ເພື່ອ​ສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ-ອາ​ຊຽນຄົບຮອບ10ປີ, ວັນ​ທີ29ສິງຫາ​ນີ້, ກອງ​ປະຊຸມພິ​ເສດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ-ອາ​ຊຽນທີ່​ມີ​ຫົວ​ຂໍ້​ວ່າ"ຍຶດໝັ້ນ​ໄມຕີ​ຈິດ​ມິ​ດຕະພາບ​ກັບປະ​ເທດ​ໃກ້​ຄຽງ, ​ສຸມ​​ໃສ່​ການ​ພັດທະນາ​ແລະ​ຮ່ວມ​ມື"​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ.

ຄວາມ​ຕ້ອງການ​ດ້ານ​ຄຸນ​ນະພາ​ບຂອງ​ວຽກ​ງານ​ການຮັກສາ​ຄວາມ​ສະອາດ