ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ລັດ​ຖະມົນຕີ​ປ້ອງ​ກັນ​​ປະ​ເທດ​ອາຊຽນຄັ້ງ​ທີ2​ໄດ້​ຜ່ານ​ຖະ​ແຫລ​ງການ​ບັນ​ດາເສ​ລີ​ເບ​ກາ​ວັນ ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ປ້ອງ​ກັນ​ລະຫວ່າງ​ຈີນ​-ອາຊຽນ​ໄດ້​ຮັບ​ຜົນ​ສໍາ​ເລັດ​ທີ່​ຕັ້ງໜ້າ

(GMT+08:00) 2013-08-30 14:26:22     cri

ວັນ​ທີ29ສິງຫານີ້,ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ລັດ​ຖະມົນຕີ​ປ້ອງ​ກັນ​​​ອາຊຽນຄັ້ງ​ທີ2​ໄດ້ຈັດ​ຂຶ້ນ​ຢູ່ບັນດາເສ​ລີ​ເບ​ກາ​ວັນ ນະຄອນຫລວງ​ຂອງ​ບຼູ​​ໄນ,ຜູ້​ນໍາ​ຂອງ​ອົງການ​ປ້ອງ​ກັນ​ປະ​ເທດ​ຂອງ​ບັນດາ​ປະ​ເທດ​ອາຊຽນ​ແລະ8ປະ​ເທດ​ຄູ່​​ເຈລະ​ຈາ​ໄດ້​ເຂົ້າ​ຮ່ວມ​​ແລະເຊັນຖະ​ແຫລ​ງການຮ່ວມບັນ​ດາເສ​ລີ​ເບ​ກາ​ວັນ.ທ່ານ​ສາງ​ວ້ານຊວນ,ລັດ​ຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ທີ່​ໄດ້​ເຂົ້າ​ຮ່ວມ​​ໃນ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຕີ​ລາຄາ​ຢ່າ​ງຕັ້ງໜ້າ​ຕໍ່ໝາກ​ຜົນ​ທີ່​ຈີນ​ແລະ​ອາ​ຊຽນ​ໄດ້​ຮັບ​ໃນ​ດ້ານ​ການ​ຮ່ວມ​ມື​ດ້ານຄວາມ​ປອດ​ໄພ​ແລະ​ວຽກ​ງານ​ປ້ອງ​ກັນ​.

 


ມື້​ດຽວ​ກັນ,ຜູ້​ນໍາ​ຂອງ​ອົງ​ການ​ປ້ອງ​ກັນ​ປະ​ເທດ​ຂອງ10ປະ​ເທດອາຊຽນ​​ແລະ8ປະ​ເທດ​ຄູ່​ເຈ​ລະ​ຈາຂອງອາ​ຊຽນຄືຈີນ,ອາ​ເມ​ລິ​ກາ,ລັດ​ເຊຍ,ຍີ່ປຸ່ນ,ສ.​ເກົາຫລີ,ອິນ​ເດຍ,ອົດ​ສະຕຣາລີ​ແລະ​ນູ​ແວນ​ເຊ​ລັງ​ໄດ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ດັ່ງກ່າວໂດຍໄດ້ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວກັບສະຖານະການຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​ແລະ​ສາກົນແລ​ະ​ໄດ້ເຊັນຖະແຫລ​ງການຮ່ວມບັນດາເສ​ລີ​ເບ​ກາ​ວັນ.


ຖະ​ແຫລ​ງການຮ່ວມບັນ​ດາເສ​ລີ​ເບ​ກາ​ວັນ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ປະ​ເທດ​ສະມາຊິກ​ຂອງກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ລັດ​ຖະມົນຕີ​ປ້ອງ​ກັນ​​ປະ​ເທດ​ອາຊຽນທີ່​ໄດ້ປະກອບສ່ວນ​ອັນຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ການພັ​ດທະນາ​ຂອງພາກ​ພື້ນ,ຢືນຢັນ​ອີກ​ເທື່ອ​ໜຶ່ງ​ວ່າ​ອາຊຽນ​ເປັນ​ກໍາລັງ​ຕົ້ນຕໍ​ໃນ​ການ​ຊຸກຍູ້​ຂະ​ບວນການ​ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ລັດ​ຖະມົນຕີ​ປ້ອງ​ກັນ​​ປະ​ເທດ​ອາຊຽນ,ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ລັດ​ຖະມົນຕີ​ປ້ອງ​ກັນ​​ປະ​ເທດ​ອາຊຽນ​ເປັນ​ສ່ວນ​ປະກອບ​ທີ່​ສໍາຄັນ​ຂອງ​ການກ​ກໍ່ສ້າງ​ໂຄງ​ປະກອບ​ຄວາມ​ໝັ້ນຄົງຂອງ​ພາກພື້ນ​ທີ່​ຕັ້ງໜ້າ,ມີ​ປະສິດທິ​ຜົນ,​ເປີດ​​ປະຕູແລະ​ມີ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ແກ່​ກັນ.


ປີ​ນີ້​ເປັນ​ປີ​ທີ່​ສ້າງ​ຕັ້ງສາ​ຍພົວພັນ​ຄູ່​ຮວມມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ແລະ​ອາ​ຊຽນຄົບຮອບ10ປີ.ຕໍ່​​ກໍລະນີ​ນີ້,ທ່ານ​ສາງ​ວ້ານຊວນ,ລັດ​ຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ທີ່​ໄດ້​ເຂົ້າ​ຮ່ວມ​​ໃນ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຕີ​ລາຄາ​ຢ່າ​ງຕັ້ງໜ້າ​ຕໍ່ໝາກຜົນ​​ທີ່​ຈີນ​ແລະ​ອາ​ຊຽນ​ໄດ້​ຮັບ​ໃນ​ດ້ານ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ແລະວຽກ​ງານ​ປ້ອງ​ກັນ​.


ນອກຈາກ​ນີ້,ຕໍ່​ບັນຫາ​ຂໍ້​ຂັດ​ແຍ້ງ​ດ້ານ​​ອະທິປະ​ໄຕ​ຢູ່ທະ​ເລ​ຈີນ​​ໃຕ້,ທ່ານ​ສາງ​ວ້ານຊວນ​ກ່າວ​ເນັ້ນ​ວ່າ,ຈີນ​ກັບ​ບາງ​ປະ​ເທ​ດຂອງ​ອາ​ຊຽນມີຂໍ້​ຂັດ​ແຍ້ງ​ດ້ານ​ອະທິ​ປະ​​ໄຕ​ເໜືອ​ດິນ​ແດນ​ແລ​ະສິດຜົນ​ປະ​ໂຫຍ​ດທາງ​ດ້ານ​ທະ​ເລ.​ແຕ່​ວ່າ​ຂໍ້​ຂັດ​ແຍ້ງ​ດັ່ງ​ກ່າວ​ບໍ່​ແມ່ນ​ກະ​ແສ​ຕົ້ນຕໍ​ຂອງ​ສະພາບ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ,ກໍບໍ່​ແມ່ນ​ບັນຫາ​ລະຫວ່າງ​ຈີນ​​ແລະ​ອາ​ຊຽນ.ສະນັ້ນຂໍ້​ຂັດ​ແຍ້ງ​ທີ່​ກ່ຽວຂ້ອງ​ບໍ່​ຄວນ​​ແລະກໍ​ຈະ​ບໍ່​ມີ​ຜົນ​ກະທົບ​ຕໍ່​ສະພາບ​​ລວມຂອງ​ສາຍ​ພົວພັນ​ລະຫວ່າງ​ຈີນ​ແລະ​ອາຊຽນ.


ທ່ານສາງວ້ານຊວນກ່າວວ່າ:
"ຕໍ່ກໍລະນີ​ຂໍ້​ຂັດ​ແຍ້ງ​ທີ່​ກ່ຽວຂ້ອງ,ຈຸດຢືນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຈີນ​​​ແມ່ນໃຫ້​ປະ​ເທດ​ທີ່​ມີຄວາມຂັດແຍ້ງໂດຍກົງ​ຊອກ​ຫາ​ວິທີ​ແກ້​ໄຂ​ທີ່​​ເໝາະ​ສົມ​,ພວກ​ຂ້າພະ​ເຈົ້າ​ຄັດຄ້ານຄໍາ​ເວົ້າ​ແລະ​ການ​ກະທໍາ​ທີ່​ບໍ່​ເໝາະສົມກັບ​ຄວາມ​ຈິ​ງຂອງ​ປະຫວັດສາດ​ແລ​ະ​ແລະ​ປິ້ນດໍາເປັນຂາວ ທັງ​ຄັດຄ້ານ​ການ​ກະທໍາ​ທີ່​ເຮັດ​ໃຫ້​ຂໍ້​ຂັດ​ແຍ້ງ​ກາຍເປັນ​ບັນ​ຫາ​ສາ​ກົນ​ແລະ​ເຮັດ​ໃຫ້​ຂະຫຍາຍແລະ​ສັບສົນຂຶ້ນ.ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບປະເທດ​ອາຊຽນ,ຕັ້ງໜ້າ​ທໍາ​ຄວາ​ມພະຍາຍາມ​ເພື່ອ​ຮັກສາ​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ."