ຜູ້​ນໍາ​ຈີນ​​ໄດ້​ສົ່ງ​​ໂທລະ​ເລກອວຍພອນ​​ເຖິງ​ຜູ້​ນໍາຫວຽດນາມ​​ໂອກາດ​ວັນ​ຊາດ​​ຫວຽດນາມ​ຄົບຮອບ68ປີ

(GMT+08:00) 2013-08-30 16:29:58     cri

​ວັນ​ທີ30ສິງຫານີ້,ເນື່ອງ​ໃນ​​ໂອກາດ​ວັນ​ຊາດ​​ສສຫວຽດນາ​ມໃກ້ຈະ​ມາ​​ເຖິງໃນ​ວັນ​ທີ2ກັນຍາ​ໜ້າ​ນີ້,ທ່າ​ນສີ​ຈີ້​ນຜິ​ງ ​ເລຂາທິການ​​ໃຫຍ່​​ສູນ​ກາ​ງ​ພັກ​ກອມ​ມູນິດ​ຈີນ,​ປະທານ​ປະ​ເທດ​​ແຫ່ງ​ສປຈີນ​ໄດ້​​​ສົ່ງ​​ໂທລະ​ເລກ​ອວຍ​ພອນ​ເຖິງ​ທ່ານຫງວຽນ​​ຟູ່ຈ້ອງ ​ເລຂາທິການ​​ໃຫຍ່ສູນກາ​ງພັກກອມ​ມູນິດ​ຫວຽດນາມ​​ແລະ​ທ່ານ​ເຈືອງ​ເຕິ​ນຊາງ ປະທານ​ປະ​ເທ​ດສສຫວຽດນາມ​​​ໂອກາດວັນ​ຊາດ​ຫວຽດນາມ​ຄົບຮອບ68ປີ.


ໂທລະ​ເລກ​ອວຍ​ພອນ​ໄດ້​ລະບຸ​ວ່າ,​ແຕ່​ປີ​ນີ້​​ມາ,ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງ​ສອງຝ່າ​ຍ,ການ​ພົວພັນ​ລະຫວ່າງ​ຈີນ​​ແລະ​ຫວຽດນາມ​ໄດ້​ສືບຕໍ່ມີ​ທ່າ​ອ່ຽງຂະ​ຫຍາ​ຍຕົວທີ່​ດີ.ການ​​ແລກປ່ຽນ​ຢ້ຽ​ມຢາມ​​ໃນ​ລະດັບ​ສູງ​ລະຫວ່າງ​ທັງ​ສອງ​ປະ​ເທດ​​ໄດ້ມີ​ຫລາຍຂຶ້ນ​,ການ​ແລກປ່ຽນ​​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆກໍ​ສືບ​ຕໍ່ມີ​ຄວາ​​ມຕືບໜ້າ​ໃໝ່.ຈີນ​ໃຫ້​ຄວາ​ມສໍາຄັນ​​ຢ່າງ​ສູງ​ຕໍ່
​ກາ​ນພັດທະນາ​ການ​ພົວພັນ​ກັບ​ຫວຽດນາມ,ຫວັງ​ວ່າ​ສອງ​​ຝ່າຍ​ຈະ​ພະຍາຍາມ​ຮ່ວມ​ກັນ,​ເພີ່ມ​ທະວີ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​​ແລະ​ການ​ແລກປ່ຽນຢ່າ​ງມີ​ໄມຕີ​ຈິດ​ມິດຕະພາບ​ເຊິ່ງກັນ​ແລະ​ກັນ,​ເປີດ​ກວ້າງ​ການ​ຮ່ວມ​ມື​ຍຸດ​ທະ​ສາ​ດຮອບດ້ານ,ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ແລະ​ຫວຽດນາມ​ສືບ​ຕໍ່ມີ​ການ​ພັດທະນາ​ທີ່​ໝັ້ນຄົງ​ແລ​ະ​ໂປ່​ງໃສ.


ມື້​ດຽວ​ກັນ,ທ່ານ​ຫລີ​ຄື້ສຽງ ນາ​ຍົກ​ລັດຖະມົນຕີ​ຈີນ​​ກໍໄດ້​ສົ່ງ​​ໂທລະ​ເລກ​ອວຍ​ພອນ​​ເຖິງ​ທ່ານ​ຫງວຽນ​ເຕິ​ນຢຸງ ນາຍົກລັດ​​ຖະມົນຕີ​ກວຽດນາມແລະ​ທ່າ​ນຫວາງ​ຢີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ສົ່ງ​​ໂທລະ​ເລກ​ອວຍ​ພອນ​​ເຖິງທ່ານ​ຟ້າ​ມບິງ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ເພື່ອ​ອວຍ​ພອນ​ວັນ​ຊາດ​​ສສຫວຽດນາມ​ຄົບຮອບ68ປີ​ເຊັ່ນ​ກັນ.