ກຸ່ມ​ບໍລິສັດ​ນໍ້າມັນ​​ແລະ​ອຸດສາຫະກໍາ​ເຄມີ​ຈີນ​​ໃຊ້​ງົບປະມານ3,1ຕື້​​ໂດ​ລາ​ເພື່ອ​ຊື້​ຊັບ​ສິນ​ຂອງ​ບໍລິສັດ​ນໍ້າມັນ​ອາ​ເມ​ລິ​ກາ​ໃນ​ເອຢິບ

(GMT+08:00) 2013-08-30 16:58:21     cri

ວັນ​ທີ30ສິງຫາ​ນີ້,ກຸ່ມ​ບໍລິສັດ​ນໍ້າມັນ​​ແລະ​ອຸດສາຫະກໍາ​ເຄມີ​ຈີນ ​ໄດ້​ປະກາດ​ວ່າ,ບໍລິສັດ​ກາ​ນສໍາ​ຫລວດ​​ພັດທະນານໍ້າມັນ​ເຊື້ອ​ໄຟສາກົນ​ຈໍາກັດ​ທີ່​ເປັນ​ບໍລິສັດ​ສາຂາ​ທີ່​ຕົນ​ອອກທຶນ​ສ້າງຕັ້ງຂຶ້ນ​ໄດ້​ເຊັນ​ສັນຍາ​ກັບ​ບໍລິສັດ​ນໍ້າມັນ​ອາພາ​ຊີຂອງ​ອາ​ເມ​ລິ​ກາ,ກຸ່ມ​ບໍລິສັດ​ນໍ້າມັນ​​ແລະ​ອຸດສາຫະກໍາ​ເຄມີ​ຈີນຈະ​ຊື້​ໜຶ່ງ​ສ່ວນ​ສາມ​ຂອງ​ສິດ​ຄວບ​ຄຸມ​ຊັບ​ສິນ​ຂອງ​ບໍລິສັດ​ນໍ້າມັນ​ອາພາ​ຊີ​​ໃນ​ເອຢິບ​ໃນ​ລາຄາ3,1ຕື້​ໂດ​ລາ.


ກຸ່ມ​ບໍລິສັດ​ນໍ້າມັນ​​ແລະ​ອຸດສາຫະກໍາ​ເຄມີ​ຈີນກ່າວ​ວ່າ,ການ​ຊື້​ກິດຈະການ​ດັ່ງກ່າວ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ອົງການ​ທີ່​ກ່ຽວຂ້ອງ.ຖ້າວ່າ​ການ​ຊື້​ກິດຈະການ​ນີ້​ໄດ້ຜົນ​ສໍາ​ເລັດ,ຄາດ​ວ່າ​ຈະ​ສາມາດ​ເພີ່ມ​ຄວາມ​ສາມາດ​ການ​ຜະລິດ​ໃຫ້​ແກ່ກຸ່ມ​ບໍລິສັດ​ນໍ້າມັນ​​ແລະ​ອຸດສາຫະກໍາ​ເຄມີ​ຈີນປະມານ1,3​ແສນ​ບາ​ເຣນ​ຕໍ່​ມື້​​​ເຊິ່ງ​ເທົ່າ​ກັບ​ປະລິ​ມານ​ການ​ຜະລິດ6,5ລ້ານ​​​ໂຕນ​ຕໍ່​ປີ.​ໂຄງການ​ດັ່ງກ່າວ​ໝາຍ​ຄວາມ​ວ່າກຸ່ມ​ບໍລິສັດ​ນໍ້າມັນ​​ແລະ​ອຸດສາຫະກໍາ​ເຄມີ​ຈີນ​ໄດ້​ເຂົ້າ​​ເຖິງຕະຫລາດ​ຊັບພະຍາກອນ​ນໍ້າມັນ​ແລະ​ແກ​ສຂອງ​ເອຢິບ​ເປັນ​ເທື່ອ​ທໍາ​ອິດ.