ອາ​ເມ​ລິ​ກາ​ບໍ່​ໄດ້​ຕົກລົງ​ໃຊ້​ກຳລັງ​ອາວຸດ​ຕໍ່​ຊີຣີ​ໃນ​ທີ່​ສຸດ

(GMT+08:00) 2013-08-31 13:26:13     cri

ວັນ​ທີ 30 ສິງຫາ​ນີ້, ທ່າ​ນບາ​ລັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ທ່​ານຍັງບໍ່​ທັນໄດ້​ຕົກລົງ​ຈະໃຊ້​ກຳລັງ​ອາວຸດ​ຕໍ່​ຊີຣີຫຼື​ບໍ່​, ທ່ານ​ກຳລັງ​ພິຈາລະນາ​ໃຊ້ "ການ​ກະທຳ​ທີ່​ມີ​ຄວາມ​ຈຳກັດ ​ແລະ ຂອບ​ເຂດ​ແຄບ", ​ແຕ່​ຈະ​ບໍ່ສົ່ງ​ກອງທະຫານທາງບົກ​ໄປ​ຊີ​ຣີ ຫຼື ​ເຮັດ​ສົງຄາມ​ຍືດ​ເຍືອ​ຍາວ​ນານ.

ປັດຈຸບັນ, ​ກ່ຽວ​ກັບ​ການ​ໃຊ້​ກຳລັງ​ອາວຸດ​ຕໍ່​ຊີຣີ, ທ່ານ​​ໂອ​ບາ​ມາ​ຍັງ​ຕ້ອງຜ່ານ​ສອງ​ຄື,​ລັດຖະສະພາ ​ແລະ ປະຊາມະ​ຕິ.​ກ່ອນ​ໜ້າ​ນີ້, ມີ​ສະມາຊິກ​ສະພາ​ຕ່ຳ 140 ຄົນ (ລວມທັງ​ສະມາຊິກ​ພັກ​ປະຊາທິປະ​ໄຕ 21 ຄົນ) ​ໄດ້ຮ່ວມ​ກັນ​ລົງ​ນາມສະ​ເໜີ​ວ່າ,ກ່ອນອອກ​ຄຳ​ສັ່ງ​ໃຊ້​ກຳລັງ​ອາວຸດ​ຕໍ່​ຊີຣີທ່ານ​ໂອ​ບາ​ມາຕ້ອງ​ຮັບ​ການ​ມອບ​ສິດ​ຈາກ​ລັດຖະສະພາ, ຖ້າ​ບໍ່​ດັ່ງ​ນັ້ນ​ກໍ່​ແມ່ນ​ລະ​ເມີດ​ລັດຖະທຳ​ມະນູນ​ຢ່າງບັງ​ອາດ​ເປີດ​​ແປນ.

ຜົນ​ການປະຊາ​ມະຕິສະ​ແດງ​ໃຫ້​ເຫັນ​ວ່າ,ວັນ​ທີ 30 ສິງຫາ​ນີ້, ບໍລິ​ສັດ​ວິ​ທະ​ຍຸ​ກະຈາຍສຽງທົ່ວ​ປະ​ເທດ​ອາ​ເມ​ລິ​ກາ ຫຼື NBC ​ໄດ້​ປະກາດຜົນການ​ສຳ​ຫຼວດຄວາມ​ເຫັນສະ​ແດງ​ໃຫ້​​ເຫັນວ່າ,ຜູ້​ຮັບ​ການ​ສຳ​ຫຼວດມີຈຳນວນ​ເຄິ່ງໜຶ່ງ​ຄັດຄ້ານ​ອາ​ເມ​ລິ​ກາ​ໃຊ້​ກຳລັງ​ອາວຸດ​ຕໍ່​ຊີຣີ, ມີເກືອບ 80% ຮຽກຮ້ອງ​ວ່າ ທ່ານ​ໂອ​ບາ​ມາ​ກ່ອນອອກ​ຄຳ​ສັ່ງ​ໃຊ້​ກຳລັງ​ອາວຸດ​ຕ້ອງ​ໄດ້​ຮັບ​ການ​ມອບ​ສິດ​​ຈາກ​ລັດຖະສະພາ, ​ແລະ​ມີ​ຜູ້​ຮັບ​ການ​ສຳ​ຫຼວດ 44% ກ່າວ​ຢ່າງ​ຄັກ​ແນ່​ວ່າ, ບໍ່​ເຫັນດີ​ຮູບ​ແບບ​ຂອງ​ປະທານາທິບໍດີ​​ໂອ​ບາ​ມາ​ໃນ​ການ​​ແກ້​ໄຂ​ບັນຫາ​ຊີຣີ.

ລັດຖະບານ​ໂອ​ບາ​ມາສະ​ແຫວ​ງຫາ​ປະ​ເທດ​ພັນທະ​ມິດ​ພ້ອມ​ກັນ​ໂຈມ​ຕີ​ຊີຣີກໍ່​ບໍ່​ມີ​ຄວາມ​ຄືບ​ໜ້າ. ວັນ​ທີ 29 ສິງຫາ​ນີ້, ສະພາ​ຕ່ຳ​ອັງກິດ​ໄດ້​ຍັບ​ຢັ້ງແຜນການ​ການ​ກຳ​ທຳ​ທາງການ​ທະຫານ​ຂອງ​ລັດຖະບານ, ທ່ານດາ​ວິດ ວິ​ລຽມ ​ໂດ​ນາວ​ດ໌ ກາ​ເມຣົນ ນາຍົກລັດ​ຖະມົນຕີອັງກິດ​ກ່າວ​ວ່າ,ຈະ​ປະຕິບັດ​ງານ​ຕາມມະຕິ​ດັ່ງກ່າວ.ວັນ​ທີ 30 ສິງ​ກາ​ນີ້, ທ່ານອັນ​ເດີ​ສ໌ ​ໂຟກ ຣາສມູ​ເຊ​ນ ​ເລຂາທິການ​ໃຫຍ່​ນາ​ໂຕ​ເວົ້າ​ຕໍ່​ສື່​ມວນ​ຊົນ​ແດນ​ມາກ​ວ່າ, ນາ​ໂຕ​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ກະທຳ​ທາງການ​ທະຫານ​ທີ່​​ແນ​ໃສ່​ລັດຖະບາ​ນຊີຣີ. ສ່ວນ​ຝຣັ່ງຍັງ​ໄດ້​ສະ​ແດງ​ທ່າ​ທີ​ອັນ​ເດັດ​ດຽວ ​ແລະ ​ແຂງ​ແຮງ. ວັນ​ທີ 29 ສິງຫາ​ນີ້, ທ່ານ​ຟຼານ​ໂຊ​ສ໌ ​ໂຮ​ລານ​​ເດ ປະທານາທິບໍດີ​ຝຣັ່ງກ່າວ​ອີກ​ວ່າ, ຝຣັ່ງ​​ໂຈມ​ຕີ​ຊີຣີທາງ​ທະຫານ​ອາດ​ຈະ​ບໍ່ລໍຖ້າການຕົກລົງ​ຂອງ​ລັດຖະສະພາ​.