ທ່ານ​ໂອ​ບາ​ມາ​ກ່າວວ່າ,ຈະ​ສະ​ແຫວ​ງຫາ​ການ​ມອບ​ສິດ​ຈາກ​ລັດຖະສະພາ​ກ່ຽວ​ກັບ​ໃຊ້​ກຳລັງ​ອາວຸດ​ຕໍ່​ຊີຣີ

(GMT+08:00) 2013-09-01 13:28:50     cri

ວັນ​ທີ 31 ສິງຫາ​ແລ້ວ​ນີ້, ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ທຳນຽບຂາວ​ໂດຍ​ກ່າວ​ວ່າ, ທ່ານ​ຈະສະ​ແຫວ​ງຫາ​ການ​ມອບ​ສິດ​ຈາກ​ລັດຖະສະພາ​ກ່ຽວ​ກັບ​​ໃຊ້​ການ​ກະທຳ​ທາງການ​ທະຫານ​ຕໍ່​ຊີຣີ. ປັດຈຸບັນ, ສະພາ​ຕ່ຳ​ອາ​ເມ​ລິ​ກາ​ກຳລັງ​ພັກຜ່ອນ​ຢູ່, ​ແລະຈະ​ຟື້ນ​ຟູ​ການ​ເຮັດ​ວຽກໃນ​ວັນ​ທີ 9 ກັນຍາ​ນີ້. ທ່ານ​ຈອນ ​​ໂປ​​ເນີ ປະທານ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ຫຼັງ​ຈາກ​ຟື້ນ​ຟູ​​ເຮັດ​ວຽກ​ແລ້ວ, ທ່າ​ນຈະ​ຈັດ​ສັນ​ສະພາ​ຕ່ຳ​ເລິ່ມພິຈາລະນາ​ມະຕິ​ກ່ຽວ​ກັບການ​ໃຊ້​ກຳລັງ​ອາວຸດຕໍ່​ຊີຣີ.

ນອກ​ນີ້, ມື້​ດຽວ​ກັນ, ທ່ານ​ໂອ​ບາ​ມາ​ຍັງ​ໄດ້​ໂທລະສັບ​ລົມ​ກັບ​ທ່ານ​ຟຼານ​ຊົຍສ໌ ​ໂຮ​ລານ​ເດ ປະທານາທິບໍດີ​ຝຣັ່ງ 40 ນາທີ, ສອງ​ຄົນ​ໄດ້​ກ່າວ​ຢ້ຳຄວາມ​ຕັດສິນ​ໃຈ​ທີ່​ລົງ​ໂທດ​ລັດຖະບານ​ຊີຣີ.

ມື້​ດຽວກັນ, ​ທ່ານ​ມາ​ດິນ ​ເນ​ເຊຍ​ກີ ​ໂຄສົກ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ໜ່ວຍ​ສຳ​ຫຼວດຂອງ​ສະຫະ​ປະຊາ​ຊາດ​ໄດ້​ເອົາ​ແບບຢ່າງທີ່​ໄດ້​ຮັບ​ຢູ່​ຊີຣີ​ນັ້ນ ​ເດີນທາງ​ຮອດລາ​ໄຮ​ແຫ່ງ​ໂຮ​ນລັງ ​ເຊິ່ງ​ເປັນທີ່​ຕັ້ງ​ຂອງສຳນັກງານ​ໃຫຍ່​ອົງການຫ້າມ​ໃຊ້ອາວຸດ​ເຄມີ​ ໃນມື້​ດຽວ​ກັນ, ໜ່ວຍສຳ​ຫຼວດຈະ​ທຳ​ຄວາມ​ພະຍາຍາມ​ສຸດ​ຂີດ​ເລັ່ງລັດ​ວິ​ເຄາະ​ແບບຢ່າງ, ຕາບ​ໃດ​ຫາກ​​ໄດ້​ຮັບ​ຜົນ​ວິ​ເຄາະ​ຈາກ​ຫ້ອງ​ທົດ​ລອງ, ໜ່ວຍ​ສຳ​ຫຼວດຈະ​ສະ​ເໜີ​ຜົນ​ການ​ສຳ​ຫຼວດທີ່​ຢູ່​ຊີຣີ​ຕໍ່ທ່ານ​ບັນ​ກີ​ມູນ​ໂດຍ​​ໄວ.

ວັນ​ທີ 31 ສິງຫາ​​ແລ້ວນີ້, ​ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ​ອັບ​ດູລາ ​ເອນ​ໂຊ ນາຍົກລັດຖະມົນຕີຊອກ​ດາ​ນີກ່າວ​ວ່າ, ຊອກ​ດາ​ນີບໍ່​ແມ່ນ​ຝ່າຍທີ່​ກ່ຽວ​ພັນ​ເຖິງ​ວິ​ກິດ​ການ​ຊີຣີ, ຊອກ​ດາ​ນີຈະ​ບໍ່​​ແມ່ນ​ເວທີ​ທີ່​​ໃຊ້​ການ​ກະທຳ​ທາງ​ທະຫານຕໍ່​ຊີຣີ. ມື້​ດຽວ​ກັນ, ທ່ານ​ໂມ​ຮາມ​ດ໌ ອາລີ ຈາ​ຟາຣີ ຜູ້​ບັນຊາ​ການກອງທັບ​ປ້ອງ​ກັນ​ປະຕິວັດ​ອິສຣາມອີຣານກໍ່​ກ່າວ​ວ່າ, ອາ​ເມ​ລິ​ກາ​ບໍ່​ມີ​ຄວາມ​ສາມາດຄວບຄຸມ​ຜົນ​ຢ້ອນ​ຫຼັງ​ອັນ​ໜັກໜ່ວງ​ຫຼັງໂຈມ​ຕີ​ຊີຣີທາງ​ການ​ທະຫານ.