ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ຈີນກ່າວ​ວ່າ ການ​ພັດທະນາ​ຂອງ​ຫວຽດນາມ​ຈະ​ແຍກ​ຈາກ​ການ​ສະໜັບສະໜູນ​ຂອງ​ຈີນ​ບໍ່​ໄດ້

(GMT+08:00) 2013-09-02 17:02:34     cri

ວັນ​ທີ 2 ກັນຍານີ້ ​ແມ່ນ​ວັນຊາດ​ຂອງ​ຫວຽດນາມ​ຄົບຮອບ 68 ປີ. ​ໃນ​ງານ​ລ້ຽງ​ສະຫຼອງ​ວັນຊາດ​ຫວຽດນາມ​ທີ່​ຈັດ​ຂຶ້ນກ່ອນ​ໜ້າ​ນີ້, ທ່ານ​ຫວຽນ​ວັນ​ໂທ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ຈີນ ກ່າວ​ວ່າ: ກາ​ນພັດທະນາ​ຂອງ​ຫວຽດນາມ​ຈະ​ແຍກ​ຈາກ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຄວາມ​ສາມັກຄີ​ບາກ​ບັ່ນ​ສູ້​ຊົນ​ຂອງ​ປະຊາຊົນ​ຫວຽດນາມ​ນັ້ນບໍ່​ໄດ້, ​ແລະ​ກໍ​ແຍກ​ຈາກ​ການ​ສະໜັບສະໜູນ​ຈາກ​ຈີນ ​ແລະ ປະ​ເທດ​​ເພື່ອນມິດ​ອື່ນໆ​ບໍ່​ໄດ້​ເຊັ່ນ​ກັນ.

ທ່ານ​ຫວຽນ​ວັນ​ໂທ ກ່າວ​ວ່າ: ​ໃນ 8 ປີຜ່ານມາ​ນີ້, ຈີນ​ລ້ວນ​ແຕ່​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ, ຂະນະ​ດຽວ​ກັນ, ສອງ​ປະ​ເທດ​ກໍໄດ້​ແລກປ່ຽນ​ກັນ​ຢ່າງ​ກວ້າງ​ຂວາງ​ແລະ​ເລິກ​ເຊິ່ງ​ໃນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ການ​ສຶກສາ, ວັດທະນະ​ທຳ​ແລະ​ການທ່ອງທ່ຽວ. ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-ຈີນ ​ໄດ້​ແກ້​ໄຂ​ບັນຫາ​ທີ່​ຕົກ​ທອດ​ມາ​ແຕ່​ປະຫວັດສາດ​ຈຳນວນ​ໜຶ່ງ​ເປັນ​ຢ່າງ​ດີ, ກ່ຽວ​ກັບ​ບັນຫາ​ທີ່​ຍັງ​ມີ​ຄວາມ​ຂັດ​ແຍ້​ງກັນນັ້ນ, ທ່ານ​ເຊື່ອ​ໝັ້ນວ່າ​ສອງ​ປະ​ເທດ​ຈະ​ສາມາດ​ແກ້​ໄຂ​ບັນຫາ​ທີ່​ຍັງ​ຄ້າງຢູ່​ແບບມີ​ຜົນ​ປະ​ໂຫຍ​ດ​ແກ່​ກັນ ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ, ​ເຄົາລົບ​ເຊິ່ງກັນ​ແລະ​ກັນ ​ແລະ ປຶກສາ​ຫາລື​ກັນ​ຢ່າງ​ສະ​ເໝີ​ພາບ​.