ຈີນ​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງຕໍ່​ປະ​ເທດ​ທີ່​ກ່ຽວຂ້ອງ​ອາດ​ຈະດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​​ແຕ່ຝ່າຍ​ດຽວ​ຕໍ່​ຊີຣີ ເອົາ​ໃຈ​ໃ​ສ່​ໃນ​ລະດັບ​ສູງ​ຕໍ່​ຄວາມ​ປອດ​ໄພ​ຂອງ​ພົນລະ​ເມືອງ​ຈີນ​ຢູ່​ຊີຣີ

(GMT+08:00) 2013-09-02 18:55:35     cri
ຕາມ​ຂ່າວCRI:​ໂດຍ​ແນ​ໃສ່​ວິ​ກິດ​ການ​ອາວຸດເຄມີ​ຂອງ​ຊີຣີທີ່​ນັບ​ມື້​ນັບ​ມື້​ເຄັ່ງ​ຕຶງ​ຂຶ້ນເກົ່າ, ວັນ​ທີ2ກັນຍາ​ນີ້ຢູ່​ນະຄອນຫຼວງ​ປັກ​ກິ່ງ​, ທ່ານ​ຫົງ​​ ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຊີ້​ອອກວ່າ​, ຈີນ​ຄັດຄ້ານ​ຕໍ່ຝ່າຍ​​ໃດໆ​ທີ່​​​ນຳ​ໃຊ້​ອາວຸດ​ເຄມີ, ສະໜັບສະໜູນ​ໃຫ້​ສະຫະ​ປະຊາ​ຊາດ​ດຳ​ເນີນ​ການ​ກວດກາຢ່າງ​ອິດສະຫຼະ, ທ່ຽງ​ທຳ, ພາວະ​ວິ​ໄສ, ​ແລະ​ດ້ວຍ​ວິຊາ​ສະ​ເພາະ. ກ່ຽວ​ກັບ​ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ​ອາ​ເມລິ​ກາ​ຕົກລົງ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານທີ່​ມີ​ຄວາມ​ຈຳກັດ​ຕໍ່​ຊີຣີ, ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ຈີນເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງຕໍ່​ປະ​ເທດ​ທີ່​ກ່ຽວຂ້ອງ​ອາດ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ແຕ່​ຝ່າຍ​ດຽວ.

ທ່ານ​ຫົງ​ເຫຼີ​ຍ​ໄດ້​ຊີ້​ອອກ​ວ່າ, ລັດຖະບາ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​​ແລະ​ປົກ​ປ້ອງຄວາມ​ປອດ​ໄພ​ຂອງ​ພົນລະ​ເມືອງ​ຈີນ​ຢູ່​ຊີຣີ, ສະຖານທູດ​ຈີນ​ປະຈຳ​ຊີຣີຈະ​ສືບ​ຕໍ່​ຕິດຕາມສະຖານະ​ການ​​ຄວາ​ມໝັ້ນຄົງ​ຢູ່​ຊີຣີຢ່າງ​ໃກ້ຊິດ, ​ແລະ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​ພົນລະ​ເມື​ອງຈີນ​ຢູ່​ຊີຣີ. ​ກະຊວງ​ການ​ຕ່າງປະ​ເທດ​​ຈີນ​ແລະສະຖານທູດຈີນ​ປະຈຳ​ຊີຣີຈະ​ອີງ​ຕາມ​ການ​ຜັນ​ແປຂອງ​ສະຖານະ​ການ, ​ໃຊ້ທຸກ​ມາດ​ຕະການທີ່​​ຈຳ​ເປັນ​​ເພື່ອຮັກສາ​ຄວາມ​ປອດ​ໄພ​ຂອງ​ພົນລະ​ເ​ມື​ອງຈີນ​ຢູ່​ຊີຣີ.