ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາຊຽນຈະ​ຫລຸດຜ່ອນ​​ໄລຍະ​ການຈັດ​ງານ​ວາງສະ​ແດງ​ແລະ​ຍົກ​ເລີ​ກພິທີ​ປິດ​ງານ

(GMT+08:00) 2013-09-02 11:02:15     cri

ເລ​ຂາ​ຂອງງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາຊຽນກ່າວ​ວ່າ,ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາຊຽນຄັ້ງ​ທີ10ຈະ​ຫລຸດຜ່ອນ​ງົບປະມານ​ລົງ​ເພື່ອ​ເຮັດ​ໃຫ້ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາຊຽນ​ເປັນ​ງານ​ວາງສະ​ແດງ​ທີ່​ມີຊີວິດ​ຊີວາ​ແລະ​ຕິດ​ແທດກັບ​ຕົວ​ຈິງ​​ໂດຍຜ່າ​ນວິທີ​ຕ່າງໆ​ເຊັ່ນຫລຸດຜ່ອນ​ການ​ເຄື່ອນ​ໄຫວກິດຈະ​ກໍາ​ແລະ​ຫລຸດ​ເວລາໄລຍະຈັດ​ງານ​ວາງສະ​ແດງ​ແລະ​ຍົກ​ເລີ​ກພິທີ​ປິດ​ງານ.


ຜູ້​ອໍານວຍ​ການ​ທີ່​ກ່ຽວຂ້ອງ​ຂອງ​ກອງເລ​ຂາ​ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາຊຽນສະ​ເໜີ​ໃຫ້​ຮູ້​ວ່າ,ຫລັງ​ຈາກ​ໄດ້​ປຶກສາ​ຫາລື​ກັບ​ຄະນະ​ຮັບຜິດຊອບຈັດ​ງານ​ຂອງ​ບັນ​ດາ​ປະ​ເທດ​ອາຊຽນ,ບົນ​ພື້ນ​ຖານ​ເຄົາລົບ​ນັບ​​ຖື​ຫລັກການ​ງານ​ວາງສະ​ແດງ​ສາ​ກົນ,ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາຊຽນຄັ້ງ​ທີ10​ໄດ້ປັບປຸງ​ຮູບ​ການຈັດ​ງານ​ວາງ​ສະ​ແດງ,ຄື​ເຮັດ​ໃຫ້ພິທີ​​ໄຂງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາຊຽນ​ແລະ​ກອງ​ປະຊຸມ​ສຸ​ດຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາຊຽນ​ເປັນ​ພິທີ​ດຽວ​ກັນ​ຄື​ປ່ຽນ​ເປັນ​ການ​ຈັດພິທີ​ໄຂ​​ກອງ​ປະຊຸ​ມ​​ໂດຍ​ບໍ່​ມີ​ພິທີ​ປິດ​ງານ​​ແຕ່​ຢ່າງ​ໃດ.


ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາຊຽນຄັ້ງ​ທີ10ຈະຈັດ​ຂຶ້ນ​ໃນ​ວັນ​ທີ3ຫາ​ວັນ​ທີ6ກັນຍາ​ນີ້ທີ່​ເມືອງ​ໜານ​ໜິງ​ເຂດ​ກວາງຊີ.ປີນີ້​ເປັນ​ປີ​ທີ່​ສ້າງຕັ້ງສາຍ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຈີນ​-ອາ​ຊຽນຄົບຮອບ10ປີ​ແລະ​ການຈັດງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາຊຽນຄົບຮອບ10ປີ.ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາຊຽນຄັ້ງ​ທີ10ຈະປິ່ນ​ອ້ອ​ມສະຖານະ​ການ​​ໃໝ່​ຢ່າງ​ໜັກ​ແໜ້ນ,​ເສີ​ມຂະ​ຫຍາ​ຍບົດບາດ​ເວທີ​ທີ່​ດີກ​ວ່າ​ເກົ່າ​​ແລະ​ຊຸກຍູ້​ການ​ຮ່ວມ​ມື​ແບບ​ມີ​ໄມ​ຕິ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​ແລະ​ອາ​ຊຽນ.