ກອງ​ປະຊຸມ​ຂ່າວ​ຂອງງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ10​ແລະ​​ກອງ​ປະຊຸມ​ສຸ​ດຍອດ​ກາ​ນຄ້າ​ແລະ​ການລົງທຶນ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອ​ງໜານ​ໜິງ

(GMT+08:00) 2013-09-02 16:43:10     cri

ຕອນ​​ເຊົ້າ​ວັນ​ທີ2ກັນຍາ​ນີ້, ກອງ​ປະຊຸມ​ຂ່າວ​ຂອງງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ10​ແລະ​​ກອງ​ປະຊຸມ​ສຸ​ດຍອດ​ກາ​ນຄ້າ​ແລະ​ການລົງທຶນ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອ​ງໜານ​ໜິງ​ເຂດ​ກວາງຊີ​ຈີນ.ທ່ານ​ຢາ​ວຈ່ຽນ,ຫົວໜ້າ​ຫ້ອງ​ການ​ກະຊວງ​ການ​ຄ້າ​ຈີນ,ທ່ານດາ​ນີ ຈຽນ​ຊຽງ​ລີ​ ຫົວໜ້າ​ກົມ​ວຽກ​ງານປະຊາຄົມ​ຂອງ​ກອງ​ເລຂາ​ອາຊຽນ,ທ່ານ​ຫວາງ​​ໄລ ຮອງ​​ເລຂາ​ທິການ​​​ກອງ​ເລຂາ​ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​​​ຖະ​ແຫລ​ງຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ວາງສະ​ແດງ​ຂອງ​ງານ​ວາງສະ​ແດງ​ສິນຄ້າຈີນ-ອາ​ຊຽນ​ຄັ້ງ​ນີ້,ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ລະ​ຫວ່າງຈີນ​-ອາຊຽນ​ແລະ​ສະ​ພາບ​ການ​ລາຍ​ງານ​ສໍາລັບ​ງານ​ວາງສະ​ແດງ​ໃນ​ຄັ້ງ​ນີ້.


ທ່ານ​ຢາ​ວຈ່ຽນກ່າວ​ວ່າ,ງານ​ວາງສະ​ແດງ​ແລ​ະກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຄັ້ງ​ນີ້​ມີ​ຮ້ານວາງສະ​ແດງ​ທັງ​ໝົດ4600ຫ້ອງ,​ໃນ​ນັ້ນ,ຮ້ານ​ວາງສະ​ແດງຂອງ10ປະ​ເທດ​ອາຊຽນ​ແລະ​ຮ້ານ​ວາງສະ​ແດງ​ນອກ​ພາ​ກພື້ນ​​ມີທັງ​ໝົດ1331ຫ້ອງ(ອາ​ຊຽນມີຮ້ານ​ວາງສະ​ແດງ1294ຫ້ອງ),ມີ6ປະ​ເທດ​ອາ​ຊຽນ​ໄດ້ຮັບ​​ເໝົາ​ຫໍ​ວາງສະ​ແດງຢູ່​ໃນ​ງານ​ຄັ້ງ​ນີ້.


ທ່ານ​ດາ​ນີ ຈຽນ​ຊຽງ ລີ,ຫົວໜ້າ​ກົມ​ວຽກ​ງານ​ປະຊາ​ຄົມ​​ກອງ​ເລຂາ​ອາຊຽນກ່າວ​ວ່າ,ການ​ພົວພັນ​ທີ່​ມີ​ໄມ​ຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​ແລະ​ອາຊຽນ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ມີ​ຜົນ​ປະ​​​ໂຫຍ​ດ​ໃຫ້​ແກ່​ກາ​ນພັດທະນາ​​​ເສດຖະກິດ​ຂອງ​ບັນ​ດາ​ປະ​ເທດ,ພ້ອ​ມດຽວ​ກັນນັ້ນ,ພວກ​ຂ້າພະ​ເຈົ້າ​ສາມາດ​ຖື​ປະ​ເທດ​ຈີນ​ເປັນ​​ຫົວຈັກ​ຂອງ​ການ​ຂະຫຍາ​ຍຕົວ​ຂອງ​ເສດຖະກິ​ດພາກ​ພື້ນອາຊີ​ປາຊິ​ຟິກ ​ເຊິ່ງ​ໄດ້​​ເປັນການ​ຍົກ​ສູງ​​ສະດັບ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ໃນພື້ນອາຊີ​ປາຊິ​ຟິກ,ນີ້​​ແມ່ນ​ເປົ້າ​ໝາ​ຍຮ່ວມ​ກັນ​ຂອງ​ຈີນ​ແລ​ະອາຊຽນ.


ທ່ານ​ຫວາງ​​ໄລ ຮອງ​​ເລຂາ​ທິການ​​​ກອງ​ເລຂາ​ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນກ່າວ​ວ່າ,ມີ​ນັກ​ຂ່າວ1705ຄົນ​ທີ່​ມາ​ຈາ​ກສື່​ມວນຊົນ240​ແຫ່ງ​ໄດ້​ເຂົ້າ​ຮ່ວມ​ການ​ລາຍ​ງານຂ່າວຂອງ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້.​ໃນ​ນັ້ນ,ສື່​ມວນ​ຊົນ​ອາຊຽນ​ແລະ​ສື່ມວນ​ຊົນ​ນອກ​ພາ​ກພື້ນມີ70​ແຫ່ງ.