ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ໄປ​ຮອດ​ນະຄອນຫຼວງອັສຄາ​ບັດ ​ເລີ່​ມຢ້ຽມຢາມ​ຕວກ​ເມ​ນີສະຖານທາງ​ລັດຖະກິດ

(GMT+08:00) 2013-09-03 18:37:32     cri

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ທ່ຽງ​ວັນ​ທີ 3 ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ນະຄອນຫຼວງອັສຄາ​ບັດ​ຂອງ​ຕວກ​ເມ​ນີສະຖານ, ​ເລີ່​ມຢ້ຽມຢາມ​ທາງ​ລັດຖະກິດ​ຕໍ່​ປະ​ເທດ​ອາຊີ​ກາງ​ນີ້.

​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ສີ​ຈິ້ນ​ຜິ​ງຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ກູ​ບັງກູ​ລີ  ​ເບີ​ດີ​ມູຮາ​ເມ​ດົຟ, ປະທານາທິບໍດີ​ຕວກ​ເມ​ນີສະຖານ. ຂ່າວ​ແຈ້ງວ່າ, ປະມຸກ​ລັດ​ຂອງ​ສອງ​ປະ​ເທດ​ຈະ​ລົງ​ນາມ​ໃນ​ເອກະສານ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ, ພາກສ່ວນ​ທີ່​ກ່ຽວຂ້ອງ​ແລະ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ຈີນ-ຕວກ​ເມ​ນີສະຖານ​ກໍ​ຈະ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍຫຼາຍສະບັບອີກ​ເຊັ່ນ​ກັນ.