​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນຖະ​ແຫຼ​ງກ່ຽວ​ກັບວັນ​ຄົບຮອບ68ປີ​ແຫ່ງ​ໄຊຊະນະ​ຂອງ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ

(GMT+08:00) 2013-09-03 18:34:44     cri
ຕາມ​ຂ່າວCRI: ວັນທີ3ກັນຍາ​ນີ້, ທ່ານ​ຊິນ ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ຖະ​ແຫຼ​ງກ່ຽວ​ກັບການ​ໄດ້​ຮັບ​ໄຊຊະນະ​ຂອງ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ຄົບຮອບ68ປີ.

ທ່ານ​ຊິນ ກ່າງກ່າວ​ວ່າ, ມື້​ນີ້​ແມ່ນວັນ​ຄົບຮອບ68ປີ​ແຫ່ງໄຊ​ຊະນະ​ຂອງ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນຂອງ​ປະຊາຊົນ​ຈີນ, ກໍ່​ແມ່ນວັນ​ລະ​ລຶກການ​ໄດ້​ຮັບ​ໄຊຊະນະ​ຂອງ​ສົງຄາມ​ຕໍ່ຕ້ານຟັດ​ຊິດ​ຂອງ​ໂລກ​ເຊັ່ນ​ກັນ. ການ​ໄດ້​ຮັບ​ໄຊຊະນະຂອງສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ແລະ​ສົງຄາມ​ຕໍ່ຕ້ານ​ຟັດ​ຊິດ, ​ແມ່ນ​ໄຊຊະນະ​ຄັ້ງຍິ່ງ​ໃຫຍ່​ທີ່ຄວາມ​ເປັນ​ທຳ​​ຊະນະຄວາມ​ອະທຳ, ​ແສງ​ສະຫວ່າງ​ຊະນະ​ຄວາມ​ມືດ, ຄວາມ​ກ້າວໜ້າ​​ຊະນະພວກ​ປະຕິ​ການ.

ທ່ານ​ຊິນ ກ່າງ​ກ່າວ​ວ່າ, ​ໃນ​ໄລຍະ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ທີ່​ແສນ​ທໍລະ​ຫົດ​ອົດທົນ, ປະຊາຊົນ​ຈີນ​ໄດ້​ເຂົ້າ​ສູ້​ຮົບ​ຢ່າງ​ອົງ​ອາດ​ກ້າຫານ, ຄົນ​ຂ້າງ​ໜ້າ​ລົ້ມ​ລົງ​ໄປ​ຄົນ​ຂ້າງ​ຫຼັງ​ກໍ​ກະ​ໂດດ​ຂຶ້ນ​ຕໍ່ສູ້​ຢ່າງ​ບໍ່​ຂາດ​ສາຍ, ​ໄດ້​ຮັບ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​​ໃນ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ, ​ໄດ້​​ເສຍສະຫຼະຊົນ​ຊາດຢ່າງ​ໃຫຍ່​ຫຼວງ​ເພື່ອ​​ໄຊຊະນະ​ຂອງ​ສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ໂລກ, ​ໄດ້​ປະກອບສ່ວນ​ຄັ້ງ​ປະຫວັດສາດ​ຢ່າງສູນຫາຍ​ບໍ່​ໄດ້. ​​ເນື່ອງ​ໃນ​ໂອກາດ​ວັນລະ​ລຶກການ​ໄດ້​ຮັບ​ໄຊຊະນະ​ຂອງ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ທີ່​ເຄັ່ງຂຶມ​ໄດ້​ວຽນມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ໄວ້ອາ​ໄລ​ຢ່າງ​ເລິກ​ເຊິ່ງ​ເຖິງ​ດວງ​ວິນ​ຍານ​ຂອງຜູ້​ເສຍສະຫຼະ​ຢ່າງ​ກ້າຫານ​ແລະພີ່ນ້ອງ​ຮ່ວມ​ຊາດ​ທີ່​​ເສຍ​ຊີວິດອັນ​ລ້ຳ​ຄ່າ​ໃນ​ສົງຄາມ​​ຕໍ່ຕ້ານ​ຍີ່ປຸ່ນ.

ທ່ານ​ຊິນ ກ່າງ​ກ່າວ​ວ່າ, ຄວາມຈື່​ຈຳ​ບົດຮຽນ​ທາງ​ລົບ​ໃນ​ເຫດການ​ທີ່​​ໄດ້​ເກີດ​ຂຶ້ນ​ໃນ​ອະດີດ, ​ເພື່ອ​ຖື​ເປັນ​ແວ່ນ​ແຍງ​ໃນ​ຕໍ່ໜ້າ.ພຽງ​ແຕ່​ຈື່​ຈຳ​ໄລຍະ​ປະຫວັດສາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າ​ສະຫຼົດ​ໃຈ​ໄລຍະ​ນັ້ນ, ຖອດ​ຖອນ​ບົດຮຽນ​ຢ່າງ​ເລິກ​ເຊິ່ງ, ຈຶ່ງ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​​ເຫດການໂສກ​ນາດຕະກຳ​ໃນ​ປະຫວັດສາດເກີດ​ຂຶ້ນ​ອີກ. ຈະ​ບໍ່​ໃຫ້​ມີ​ການ​ກະທຳທີ່​ເປັນ​ການທ້າ​ທາຍ​ກັບ​ໝາກຜົນໄຊຊະນະ​ຂອງ​ສົງຄາມ​ໂລກ​ຄັ້ງ​ທີ2ທີ່​ຍາດ​ມາ​ໄດ້​ດ້ວ​ຍຊີວິດ​​ແລະ​ເລືອດ​ເນື້ອ​ອັນ​ລ້ຳ​ຄ່າ​ຂອງ​ຜູ້​ເສຍສະຫຼະ​​ໃນ​ສົງຄາມທີ່​ນັບ​ບໍ່​ຖ້ວນ, ຕ້ອງ​ປົກ​ປ້ອງລະບຽບ​ການ​ສາກົນ​ທີ່ສ້າງ​ຕັ້ງ​ຂຶ້ນ​ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ2​ບົນ​ພື້ນຖານການ​ໄຕ່​ສວນ​​ຢ່າງ​ເປັນ​ທຳແລະ​ການຊຳລະ​ສະ​ສາງ​ຢ່າງ​ເຖິງ​ຖອງ​ຕໍ່​ລັດທິທະຫານ​ຍີ່ປຸ່ນ​. ການ​ກະທຳ​​ໃດໆທີ່​ຫວັງ​ຢາກ​ພິກ​ຄະດີ​ປະຫວັດ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ, ລ້ວນ​ແຕ່​ຈະ​ຖືກ​ຕໍ່ຕ້ານແລະ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ຈາກ​ປະຊາຊົນ​ຂອງ​ປະ​ເທດອາຊີ​​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສົງຄາມ​ແລະ​ປະຊາ​ຄົມ​ໂລກ. ພວກ​ຂ້າພະ​ເຈົ້າ​ເຕືອນ​ໃຫ້​ຍີ່ປຸ່ນ​ຖື​ທ່າ​ທີ​ທີ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ປະຫວັດສາດ​ແລະ​ອະນາຄົດ, ຕັ້ງໜ້າ​ປະຕິບັດຕາມການສະ​ແດງ​ທ່າທີ​ແລະ​ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​​ໃຫ້ໄວ້​​ໃນ​ການສຳນຶກ​ຄືນປະຫວັດການ​ຮຸກ​ຮານ​ຂອງ​ຕົນ​ເອງ, ສ້າງຄວາມ​ເຊື່​ອໝັ້ນ​ໃຫ້​ແກ່ປະ​ເທດ​ໃກ້​ຄຽງ​ໃນ​ອາຊີ​ແລະ​ປະຊາ​ຄົມ​ໂລກດ້ວຍ​ການ​ກະທຳ​ຕົວ​ຈິງ.