ຈີນ​ສະໜັບສະໜູນ​ກອງ​ປະຊຸມ​ສຸ​ດຍອດ​ກຸ່ມຈີ20ທີ່ໃຫ້ຄໍ​າໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ບັນລຸ​ສັນຍາໂດ​ຮາ"ຜົນ​ໄດ້​ຮັບ​ໃນ​​ໄລຍະ​ຕົ້ນ"

(GMT+08:00) 2013-09-03 11:08:29     cri

​ວັນ​ທີ2ກັນຍາ​ນີ້,ໃນ​​ການສົນທະນາ​​ໂດຍ​ຜ່ານ​​ໂທລະສັບ​ກັບ​ທ່ານ​ລໍ​ເບີ​ໂຕ ອາ​ເຊ​ເວ​ໂດ ​ຜູ້​ອໍານວຍ​ການໃຫຍ່​​ຂອງ​ອົງການ​ການ​ຄ້າ​ໂລກຄົນໃໝ່,ທ່ານ​ກ່າວ​ຫູ​ເສີງ,ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຄ້າ​ຈີນ​ກ່າວວ່າ,ຈີນ​ສະໜັບສະໜູນ​ຜູ້​ນໍາ​ຂອງກອງ​ປະຊຸມ​ສຸ​ດຍອດ​ກຸ່ມຈີ20ທີ່​ໄດ້ໃຫ້ຄໍ​າໝັ້ນ​ສັນຍາຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ບັນລຸ​ສັນຍາ"ຜົນ​ໄດ້​ຮັບ​ໃນ​​ໄລຍະ​ຕົ້ນ"​​ໃນ​ກອງ​ປະຊຸມລະດັບ​ລັດຖະມົນຕີ​ຄັ້ງ​ທີ9​ເພື່ອ​ສ້າງ​ແຜນ​ທີ່​​ເສັ້ນທາງ​ຂອງ​ຮອບ​ໂດ​ຮາ​ໃຫ້​ສໍາ​ເລັດ.


"ຜົນ​ໄດ້​ຮັບ​ໃນ​​ໄລຍະ​ຕົ້ນ"ຂອງ​ກອງ​ປະຊຸມ​ໂດ​ຮາໝາຍ​ເຖິງການ​ຍົກ​ເວັ້ນດ່ານ​ພາສີ​ແລະ​​ໂກ​ຕາ​ໃຫ້​ແກ່​ຜະລິດ​ຕະພັນ​ທີ່​ມາ​ຈາກ48ປະ​ເທດ​ທີ່​ດ້ອຍ​ພັດທະນາ​ທີ່​ສຸດ.​ແຜນການ​ດັ່ງກ່າວ​​​ໄດ້ຮັບ​ການ​ຕອບ​ສະໜອງ​ທີ່​ຕັ້ງໜ້າ​ຈາກ​ໜ່ວຍ​​ເສດ​ຖະກິດ​​ໃໝ່​ທີ່​ສໍາຄັນ​​ເຊັ່ນ​ຈີນ,ອິນ​ເດຍ​ແລະ​ອື່ນໆ.


ທ່ານ​ກ່າວ​ຫູ​ເສີງຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​​ແນວ​ຄິດ​ລິ​ເລີ່​ມ​ຂອງ​ທ່ານ​ລໍ​ເບີ​ໂຕ ອາ​ເຊ​ເວ​ໂດທີ່​ຊຸກຍູ້​ການ​​ເຈ​ລະ​ຈາ​ຮອບ​ໂດ​ຮາ​ໃນ​ໄລຍະ​ດໍ​າລົງ​ຕໍາ​ແໜ່​ງ​ໃໝ່.ທ່ານ​ຍັງ​ໄດ້​ກ່າວ​ວ່າ,ຈີນ​ຈະ​ສະໜັບສະໜູນ​ວຽກ​ງານຂອງ​ອົງການ​ການ​ຄ້າ​ໂລກ​ແລະ​ຜູ້​ອໍານວຍ​ການ​ໃຫຍ່​ຂອງ​ອົງການ​ການ​ຄ້າ​ໂລກຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.


ທ່ານ​ລໍ​ເບີ​ໂຕ ອາ​ເຊ​ເວ​ໂດກ່າວ​ວ່າ,ປັດຈຸບັນ​ນີ້​ການ​ເຈ​ລະ​ຈາ​ຮອບ​ໂດ​ຮາ​ກໍາ​ລັງ​ຕົກ​ຢູ່​ໃນ​​ໄລຍະ​ທີ່​ຫຍຸ້ງຍາກ,​ເພື່ອ​ທັບມ້າງ​ສະພາບ​ທີ່​ບໍ່​ໄປ​ບໍ່​ມາ​ຂອງ​ການ​ເຈລະ​ຈາ,ທ່ານ​ຈະ​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ທີ່​ມີ​​ເຈົ້າ​ໜ້າ​ທີ່ລະດັບ​ລັດຖະມົນຕີ​​ເຂົ້າ​ຮ່ວມ,ຫວັງ​ວ່າ​ຈີນ​ຈະ​​ເຂົ້າ​ຮ່ວມ​ການ​ເຈລະ​ຈາ​ແລະ​ການ​ປຶກສາ​ຫາລື​ໃນ​​ກອງ​ປະຊຸມຄັ້ງນີ້.