ນັກວິຊາ​ການແລະ​​ເຈົ້າ​ໜ້າ​ທີ່​ອາຊຽນຕີ​ລາຄາ​ສູງ​ຕໍ່​ຈີນ​ທີ່​ໄດ້​​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ກຸ່ມ​ຈີ20ຢ່າ​ງຕັ້ງໜ້າ

(GMT+08:00) 2013-09-03 17:35:22     cri

ວັນ​ທີ5ຫາ​ວັນ​ທີ6ກັນຍາ​ນີ້,ກອງ​ປະຊຸມ​ສຸດ​ຍອດ​ຜູ້​ນໍາ​ກຸ່ມ​ຈີ20ຄັ້ງ​ທີ8​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ເຊັນ ປີ​ເຕີ​ສະ​ເບີກ​ຂອງ​ລັດ​ເຊຍ.ທ່ານ​ສີ​ຈ້ຽນຜິ​ງ,ປະທານ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ດັ່ງກ່າວ​​ເປັນ​ຄັ້ງ​ທໍາ​ອິດ.ນັກວິຊາ​ການແລະ​ເຈົ້າ​ໜ້າ​ທີ່​ອາຊຽນ​ໄດ້​ຕີ​ລາຄາ​ສູງຕໍ່​ຈີນ​ທີ່​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ທົ່ວ​ໂລກ​ໃນ​ຂອບ​ກຸ່ມຈີ20ຢ່າງ​ຕັ້ງໜ້າ​,​ເຫັນ​ວ່າຈີ​ນ​ໄ​ດ້​ເສີມ​ຂະ​ຫຍາ​ຍບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ທີ່​ສໍາຄັນ​ໃນ​ການ​ຄຸ້ມ​ຄອງ​ເສດ​ຖະກິດ​​​ໂລກ​​ແລ​ະຫວັງ​ວ່າ​ຈີນ​ຈະ​ປະກອບ​ສ່ວນ​ຫລາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ໂລກ.


ທ່ານ​ກູ້​ຊີ່​ວຢາງ,ຮອງ​ສາ​ສະ​ດາ​ຈານ​ສະ​ຖາ​ບັນ​​ນະ​ໂຍບາຍສາທາລະ​ນະ​ລີກ​ວ່າງ​ຢູ​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ​ເຫັນ​ວ່າ,​ໃນ​ປັດຈຸບັນ​ນີ້,ກຸ່ມ​ຈີ20ກໍາລັງ​ເສີມ​ຂະຫຍາຍ​ບົດບາດ​ທີ່​ນັນມື້​ນັບ​ດີ​ເດັ່ນ​ໃນ​ດ້ານ​ເສດ​​ຖະກິດ​ໂລກ​ແລະ​ການ​ປະສານ​ງານ​ດ້ານ​ການ​ທະນາຄານ.ຈີນ​ໄດ້​ເສີມຂະຫຍາຍ​ບົດບາດ​ຢ່າງ​​ຫລວງ​ຫລາຍໃນ​ກຸ່ມ​ຈີ20​ເຊິ່ງ​ໄດ້​ຊຸກຍູ້​ການພັ​​ດທະນາ​ຂອງ​ລະບຽບການ​ທະນາຄານ​ສາ​ກົນ​​ແລະ​ກົນ​ໄກ​ປະສານ​ງານ​ສາກົນ.​ເສດຖະກິດ​ຈີນ​​ໄດ້​ຂະຫຍາ​ຍຕົວຢ່າງ​ຕໍ່​ເນື່ອງ​​ແລະໝັ້ນ​ທ່ຽງ,​ເປັນ​ກໍາລັງ​ຊຸກຍູ້​ທີ່​ສໍາຄັນ​ໃນ​ການ​ຂະຫຍາຍຕົວ​ຂອງ​ເສດ​ຖະກິດ​ໂລກ.


ທ່ານ​ດາ​ນີ ຈຽນ​ຊຽງ ລີ,ຫົວໜ້າ​ຫ້ອງການ​ວຽກ​ງານ​ສາທາລະນະ​ກອງ​​ເລຂາ​ອາຊຽນກ່າວ​ວ່າ,​ໃນ​ຖາ​ນະ​ທີ່​ເປັນ​ປະ​ເທ​ດກໍາລັງ​ພັດທະນາ​ຕົ້ນຕໍ​ແລະ​ເປັນປະ​ເທດ​ຕະຫລາດ​ຈະ​ເລີ​ນ​​ເຕີຍ​ໂຕ​ຂຶ້ນໃໝ່​ທີ່​ສໍາຄັນ,ຈີນ​ຮັບ​ຮູ້​ຢ່າງ​ເລິກ​​ເຊິ່ງກ່ຽວ​ກັບ​ບັນຫາ​​ແລະ​ຄວາມ​ຮຽກຮ້ອງຕ້ອງການ​ທີ່​ປະ​ເທ​ດກໍາລັງ​ພັດທະນາ​ກໍາລັງ​ປະ​ເຊີນ​ໜ້າ.ສະນັ້ນ,ຈີນ​ສາມາດ​ຕາງ​ໜ້າ​ປະ​ເທດ​ກໍ​າລັງ​ພັດທະນາ​ສ່ວນ​ຫລາຍ​ແລະ​​ປະກອບ​ຄໍາ​ຄິດ​ຄໍາ​ເຫັນ​ໃນ​ເວ​ທີ​ກຸ່ມ​ຈີ20,ນໍາພາ​ປະ​ເທດ​ກໍາລັງ​ພັດທະນາຕ້ານ​ຄວາ​ມສ່ຽງ​​ແລ​ະ​ໃນ​ຂະນະ​ທີ່ຮັກສາຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ກໍາລັງ​ພັດທະນາຢ່າງ​ມີ​ປະສິດທິ​ຜົນ,ຊຸກ​ຍູ້​ສະພາບ​ແວດ​ລ້ອມ​ດ້ານການ​ທະນາຄານ​ສາກົນ​​ໃຫ້ຂະ​ຫຍາ​ຍຕົວ​ໄປ​ຕາມ​ທິດ​ທີ່ມີ​ຄວາມ​ຍຸຕິ​ທໍາ​ກວ່າ​​ເກົ່າ.