ນາຍົກ​ ສປປ ລາວ ​ສະ​ເໜີ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນຈາກ​ສາມ​ດ້ານ

(GMT+08:00) 2013-09-04 17:21:28     cri

ຕາມ​ຂ່າວສານ​ຊິນ​ຮວາ: ​ທ່ານ​ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວ​ໄດ້​ເຂົ້າຮ່ວມ​ພິທີ​​ໄຂງານ​ວາງສະ​ແດງ​ສິນຄ້າ​ຈີນ-ຊຽນຄັ້ງທີ 10 ​ແລະ ກອງ​ປະຊຸມ​ສຸດ​ຍອດການ​ຄ້າ-ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງທີ 10 ທີ່​ຈັດ​ຂຶ້ນຢູ່​ນະຄອນ​ໜານ​ໜິງ​ເຂດ​ກວາງ​ຊີ່​ຈີນ​ໃນ​ວັນ​ທີ 3 ກັນຍາ​ນີ້, ທ່ານ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ພິທີ ​ໂດຍ​ກ່າວ​ວ່າ: ​ໃນຫຼາຍປີຜ່ານມາ​ນີ້, ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ-ຈີນ ​ໄດ້​ຮັບ​ໝາກຜົນ​ອັນ​ໃຫຍ່ຫຼວງ, ​ສອງ​ຝ່າຍ​ສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ຕື່ມ​ອີກ​ໃນ​ອະນາຄົດ. ທ່ານ​ທອງ​ສິງ ທຳ​ມະ​ວົງ​ ​ໄດ້​ສະ​ເໜີ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ຈາກ​ສາມ​ດ້ານ ຄື​ດັ່ງ​ນີ້:

ໜຶ່ງ, ຈີນແລະອາຊຽນເພີ່ມທະວີການຮ່ວມມືແລະພັດທະນາດ້ານການຄ້າ, ຊຸກຍູ້​ການຈັດຕັ້ງປະຕິບັດ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໃຫ້​ໄດ້​ຮັບ​ໝາກຜົນ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ; ສອງ, ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ພັດທະນາ​ດ້ານ​ການ​ເຊື່ອມ​ໂຍງ​, ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ດ້ານ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ອັນ​ສະດວກ​​ໃຫ້​ແກ່​ບັນດາ​ປະ​ເທດ​ອາ​ຊຽນ​ແລະ​ຈີນ​ພ້ອມ ດ້ວຍປະຊາຊົນ​ຂອງ​ສອງ​ຝ່າຍ ​ໃນດ້ານ​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ ​ແລະ ການ​ໄປມາຫາສູ່​ກັນ. ທ່ານ​ທອງ​ສິງ ທຳ​ມະ​ວົງ ຍັງ​ສະ​ເໜີ​ວ່າ, ສອງ​ຝ່າຍ​ສາມາດ​ສະໜອງ​ການ​ຊ່ວຍ​ເຫຼືອດ້ານ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃນ​ຂົງ​ເຂດ​ຕ່າງໆ​ໃຫ້​ແກ່​ປະ​ເທດ​ທີ່​ຫາ​ກໍ່​ເຂົ້າຮ່ວມ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ, ​ເພື່ອ​ຮັບປະກັນ​ການ​ສ້າງ​ສຳ​ເລັດ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015.

​ໃນ​ຂະນະ​ດຽວ​ກັນ, ທ່ານ​ທອງ​ສິງ​ ທຳ​ມະ​ວົງ ​ໄດ້​ສະ​ເໜີ​ວ່າ: ປັດຈຸບັນ​ນີ້, ປະ​ເທດລາວ​ໄດ້​ປະກາດ​ນະ​ໂຍບາຍ​ກ່ຽວ​ກັບ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ໄປ​ລົງທຶນ​ຢູ່​ປະ​ເທດ​ລາວ, ​ໃນ​ນັ້ນລວມທັງ "ກົດໝາຍ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງທຶນ"  ​ແລະ ກົດໝາຍ​ທີ່​ກ່ຽວຂ້ອງ​ອື່ນໆ​ອີກ, ​ເພື່ອສົ່ງ​ເສີມ​ໃຫ້ວິ​ສາ​ຫະກິດ​ຕ່າງປະ​ເທດ​​ເປີດ​ກວ້າງ​ການລົງທຶນ​ຢູ່​ປະ​ເທດ​ລາວ. ທ່ານ​​ໄດ້​ເຊື້ອ​ເຊີນ​ແລະຍິນ​ດີ​ຕ້ອນຮັບ​ນັກທຸລະ​ກິດ​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ໄປ​ສຳຫຼວດ, ຄົ້ນຄວ້າ​ຢູ່​ລາວ​ນັບ​ມື້​ນັບຫຼາຍຂຶ້ນ, ​ເພື່ອ​ສະ​ແຫວ​ງຫາ​ໂອກາດ​ການ​ລົງທຶນ​ຢູ່​ລາວ​ໃຫ້​ໄດ້ຫຼາຍຂຶ້ນ ກວ່າ​ເກົ່າ. ຕົວ​ເລກ​ຂໍ້​ມູນ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ຊຸມ​ປີຜ່ານມາ​ນີ້, ​ໃນ​ບັນດາ​ປະ​ເທດ​ທີ່​ໄປ​ລົງທຶນ​ຢູ່​ລາວ, ຍອດ​ຈຳນວນ​ການ​ລົງທຶນ​ຢູ່​ລາວ​ຂອງຈີນ​ໄດ້​ຢູ່​ອັນ​ດັບ​ແຕ່​ທີ​ 1ຫາ​ທີ​ 3 ​ໂດຍ​ຕະຫຼອດ.

ທ່ານ​ທອງ​ສິງ ທຳ​ມະ​ວົງ ກ່າວ​ວ່າ: ລາວ​ໄດ້​ກຳນົດ​​ເອົາອຸດສາຫະກຳ​ແລະຂະ​ແໜງ​ການ​ລົງທຶນທີ່​ເປັນ​ບຸລິມະສິດ ຄື: ກາ​ນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ກະສິກຳ, ອຸດສາຫະກຳ, ການທ່ອງທ່ຽວ, ພະລັງງານ ​ແລະ ບໍ່​ແຮ່ ​ແລະ​ອື່ນໆ, ​ເພື່ອ​ທຳ​ການ​ກະກຽມ​ເປັນ​ຢ່າງ​ດີ​ໃຫ້​ແກ່​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ຕ່າງໆ​ທີ່​ຫວັງ​ຢາກຈະ​ໄປ​ລົງທຶນ​ຢູ່​ລາວ.