ລັດຖະມົນຕີ​ກະຊວງ​ວິທະຍາສາດ-​ເຕັກນິກຈີນ ຊີ້​ອອກ​ວ່າ ຈີນ​ແລະ​ອາ​ຊຽນສາມາດ​ຄົ້ນຄວ້າ​ການ​ສ້າງ​ເຂດ​ນິຄົມ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີຮ່ວມ​ກັນ​ໄດ້

(GMT+08:00) 2013-09-04 17:24:01     cri
ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ປະຊຸມວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ແລກປ່ຽນ​ແລະ​ປະດິດ​ສ້າງ​ເຕັກ​ໂນ​ໂລ​ຢີຈີນ-ອາ​ຊຽນຄັ້ງປະຖົມມະ​ເລີກ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ໜານ​ໜິງ​ເຂດ​ກວາງຊີ​ຈີນ​ໃນວັນ​ທີ 3 ກັນຍາ​ນີ້. ທ່ານ​ວ້ານກ່າງ, ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງຊາດ​ຈີນ, ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ-​ເຕັກນິກ​ຈີນ ​ໄດ້ວາງ​ຂໍ້ລິ​ເລີ່​ມ ​ໂດຍກ່າວວ່າ: ຈີນ​ແລະ​ອາຊຽນ ຄວນ​ບິ​ແບ່ງ​ບົດຮຽນ​ການ​ໄດ້​ຮັບ​ຜົນສຳ​ເລັດ​ດ້ານນະ​ໂຍບາຍການ​ປະດິດ​ສ້າງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ, ​ແລະ​ຕັ້ງໜ້າ​ຄົ້ນຄວ້າ​ການ​ສ້າງ​ເຂດ​ນິຄົມ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີຮ່ວມ​ກັນ, ​ເພື່ອຊຸກ​ຍູ້ການ​ແລກປ່ຽນ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ​ແລະ​ເໝາະສຳລັບ​ໃຊ້​ໃນ​ຕົວ​ຈິງ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີລະຫວ່າງ​ສອງ​ຝ່າຍ.