ຮອງ​ນາຍົກລັດຖະມົນຕີລາວ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ລັດຖະມົນຕີ​ກະຊວງວຽກ​ງານປະຊາ​ສົງ​ເຄາະ​ຈີນ

(GMT+08:00) 2013-09-04 16:57:37     cri

ຕາມຂ່າວCRI:ວັນ​ທີ4ກັນຍາ​ນີ້ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ອາຊາ​ງ ລາວ​ລີ, ກະ​ມຳການ​ກົມ​ການ​​ເມືອງ​ສູນ​ກາງພັກ​, ຮອງ​ນາຍົກລັດຖະມົນຕີລາວ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ຫຼີລີ້​ກົວ, ລັດຖະມົນຕີ​ວ່າການ​ກະຊວງ​ວຽກ​ງານແລະ​ປະຊາ​ສົງ​ເຄາະ​ຈີນ​ທີ່​ເດີນທາງ​ໄປ​ຢ້ຽມຢາມ​ລາວ​.ສອງ​ຝ່າຍ​ໄດ້​ແລ​ກປ່ຽນຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ປັບປຸງ​ແລະ​ພັດທະນາ​ມິດຕະພາບ​ອັນ​​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​-ລາວ, ການ​ຊຸກຍູ້​ການ​ແລກປ່ຽນ​ແລະຮ່ວມ​ມື​ໃນ​ຂົງ​ເຂດ​ການ​ປະຊາ​ສົງ​ເຄາະ​ລະຫວ່າງ​ຈີນ-​ລາວ​.



ວັນ​ທີ3ກັນຍາ​ນີ້ທ່ານ​ຫຼີລີ້​ກົວ​ໄດ້​ພົບ​ປະ​ເຈລະຈາກັບ​ທ່ານ​ນາງ​ອ່ອນ​ຈັນ ທຳ​ມະ​ວົງ, ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ​ສະຫວັດດີ​ການ​ສັງຄົມລາວ​, ສອງ​ຝ່າຍ​ໄດ້​ແນະນຳພາລະ​ບົດບາດ​ຂອງ​ພາກສ່ວນຕົນ​ໃຫ້​ກັນຊາ​ບ, ​ໄດ້​ປຶກສາ​ຫາລືກັນ​ກ່ຽວ​ກັບ​ການ​ຊ່ວຍ​ເບັນ​ເທົາ​ໄພ​ແລະ​ການ​ກູ້​ໄພ, ຊ່ວຍ​ເຫຼືອ​ດ້ານ​ສະຫວັດດີ​ການສັງຄົມ​ແລະ​ວຽກ​ງານ​ສຳຄັນ​ອື່ນໆ. ສອງ​ຝ່າຍ​ໄດ້​ຕົກລົງ​​ເປັນ​ເອກະສັນ​ກັນ​ວ່າ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ດັ່ງກ່າວ, ​ແລະ​ໄດ້​ເຊັນ​ສັນຍາ​ຮ່ວມ​ມືທີ່​ກ່ຽວຂ້ອງ​ແລະບົດ​ບັນ​ທຶກ​ຂອງ​ກອງ​ປະຊຸມ.

ທ່ານ​ຫຼີລີ້​ກົວ​ໄດ້​ເດີນທາງ​ເຖິງ​ນະຄອນຫຼວງ​ວຽງ​ຈັນ​ໃນ​ວັນ​ທີ3ກັນຍາ​ນີ້​ແລະ​ເລີ່​ມຢ້ຽມຢາມ​ລາວ​ເປັນ​ເວລາ3ວັນ.