ການ​ເຊື່ອມ​ຈອດສາມາດ​ສະໜອງກຳລັງ​ແຮງ​​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຈີນ-ອາ​ຊຽນ

(GMT+08:00) 2013-09-04 18:40:18     cri

ຕາມ​ຂ່າວCRI: ວັນ​ທີ3ກັນຍາ​ນີ້, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ10​ແລະ​ກອງ​ປະຊຸມ​ສຸດ​ຍອດ​​ການ​ຄ້າ​ແລະ​ການ​ລົງທຶນຈີນ-ອາ​ຊຽນຄັ້ງ​ທີ10​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ໜານ​ນິງ​ຂອງເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ. ຫົວ​ຂໍ້​ຂອງ​ກອງ​ປະຊຸມສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນຄັ້ງ​ນີ້​ແມ່ນ​"​ຊຸກຍູ້​ການ​ເຊື່ອມ​ຈອດ, ລົງ​ເລິກ​ການ​ຮ່ວມ​ມືລະຫວ່າງ​ຂະ​ແໜງ​ການ". ການ​ເຊື່ອມ​ຈອດ​​ໄດ້ກາຍ​ເປັນ​ຈຸດ​ເດັ່ນ​ໃໝ່​ດ້ານ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ. ຜູ້​ຊ່ຽວຊານ​ຈີນ​ແລະ​ອາ​ຊຽນທີ່​ໃຫ້​ສຳພາດຕໍ່​ນັກ​ຂ່າວ​ເຫັນ​ວ່າ, ການ​ເຊື່ອມ​ຈອດ​ສາມາດ​ສະໜອງ​ກຳລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຈີນ​ແລະ​ອາ​ຊຽນ, ຊຸກຍູ້​ໃຫ້​ຈັດ​ຕັ້ງປະຕິບັດ​ສັນຍາກ່ຽວ​ກັບ​ເຂດການ​ຄ້າ​ເສລີ​ຈີນ​-ອາ​ຊຽນທີ່​ສອງ​ຝ່າຍ​ໄດ້​ເຊັນ​ກັນ​ນັ້ນ​ໄດ້​ບັນລຸຢ່າງຮອບດ້ານ.

ທ່ານ​ວິຈິດ ຊິນ​ດາ​ວົງ, ຜູ້​ຊ່ວຍ​ລັດຖະມົນ​ຕີ​ວ່າການ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ລາວ, ຮອງ​ປະທານ​ຄະນະ​ກຳມະການ​ການ​ຮ່ວມ​ມື​ລາ​ວ-ຈີນ​ເຫັນ​ວ່າ, ການ​ບັນລຸ​ການ​ເຊື່ອມ​ຈອດ​ດ້ານພື້ນຖານ​ໂຄງ​ລ່າງ, ສາມາດ​ຫຼຸດຄວາມ​ຫຼຸດ​ໂຕນ​ກັນ​ໃນ​ພາກ​ພື້ນ​ໃຫ້​ໜ້ອຍ​ລົງ, ​ເຊິ່ງມີ​ຜົນ​ດີ​ຕໍ່​ການ​ສ້າງ​ສຳ​ເລັດ​​ປະຊາ​ຄົມ​ອາ​ຊຽນ.
ທ່ານ​ວິຈິດ ຊິນ​ດາ​ວົງ​ກ່າວ​ວ່າ:


"ສອງ​ຝ່າຍ​ຈີນ​ກັບ​ອາ​ຊຽນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ພັດທະນາ​ດ້ານ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ແນ​ໃສ່​ການ​ເຊື່ອມ​ຈອດລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ, ລວມທັງ​ຖະໜົນ​ຫົນທາງ, ຂົວ, ການ​ຄົມມະນາຄົມ, ​ໂທລະ​ຄົມ-ສື່ສານ, ມັນ​ຈະ​​ເປັນ​ສິ່ງອຳ​ນວຍ​ຄວາມ​ສຳ​ດວກ​ໃຫ້​ແກ່​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ, ລວມ​ໄປ​ເຖິງ​ການ​ໄປມາຫາສູ່​ກັນຂອງ​ປະຊາຊົນລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນກັບ​ຈີນ, ຈະ​ເປັນ​ການ​ປະກອບສ່ວນອັນ​ສຳຄັນ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ຄວາມ​ຫຼຸດໂຕນ​ກັນ​ດ້ານ​ການ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ​ໃຫ້​ແຄບ​ລົງ. ​ເຖິງ​ວ່າ​ດຽວ​ນີ້​ພວກເຮົາ​ຈະ​ມີ​ການ​ພັດທະນາ​ຢູ່, ​ແຕ່​ວ່າ​ບໍ່ພຽງພໍ, ​ໃນ​ການ​ຊ່ວຍ​ເຫຼືອ​ອາ​ຊຽນ​ໃນ​ດ້ານ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ2015. "