ການ​ພົວພັນ​ລະຫວ່າງ​ຈີນ​ແລະ​ຕວກ​ເມ​ນີສະຖານ​ໄດ້​ບັນລຸ​ການ​​ຍົກ​ລະດັບ​ທາງ​ຍຸດ​ທະ​ສາດ​ໂດຍສອງ​ຝ່າ​ຍຕົກລົງ​ຈະ​​ເລັ່ງລັດ​ດໍາ​ເນີນ​ການ​ສ້າງ​ທໍ່​ແກ​ສທໍາ​ມະ​ຊາດຮ່ວມ​

(GMT+08:00) 2013-09-04 14:41:52     cri

ກັນຕອນ​ທ່ຽງ​ວັນ​ທີ3ກັນ​ຍາ​ນີ້,ທ່ານ​ສິຈິ້ນຜິ​ງ,ປະທານ​ປະ​ເທດ​ຈີ​ນ​ໄດ້​ເດີນ​ທາງ​ໄປ​ຮອດ​ເມືອງອາສະຮາບາກ ນະຄອນຫລວງ​ຂອງ​ຕວກ​ເມ​ນີສະຖານ ​ເຊິ່ງໝາຍ​ຄວາມ​ວ່າ​ຜູ້​ນໍາ​ສູງ​ສຸດລຸ້ນ​ໃໝ່​ຂອງ​ຈີ​ນ​ໄດ້​ເລີ່​ມດໍາ​ເນີນ​ກາ​ນຢ້ຽມຢາມ​ອາຊີ​ກາງ​ເປັນຄັ້ງ​ທໍາ​ອິດ​ຢ່າງຮອບ​ດ້ານ.ຕອນ​ບ່າຍ​ວັນ​ດຽວ​ກັນ,ປະມຸກ​ລັດ​ຂອງຈີນ​ແລະຕວກ​ເມ​ນີສະຖານ​ໄດ້​ຈັດການ​ເຈ​ລະ​ຈາ​ແລະ​ປະກາດ​ສ້າງ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ.ສອງ​​ຝ່າຍ​ຍັງ​​ໄດ້​ວາງ​ແຜນການ​ໃໝ່​ກ່ຽວ​ກັບ​ກ່ານ​ຮ່ວມ​ມື​ດ້ານ​ພະລັງງານ​ທີ່​ສໍາຄັນ​ເຊັ່ນ​ແກ​ສ​ທໍາ​ມະ​ຊາດ​ເປັນຕົ້ນ.

 

ທ່ານປະ​ທານ​ສີ​ຈິ້ນຜິ​ງກ່າວ​ວ່າ,ພວກ​​ເຮົາໄດ້​ເຊັນ​ຖະ​ແຫລ​ງການ​ຮ່ວ​ມວ່າ​ດ້ວຍ​ການ​ສ້າງ​ກາ​ນພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ແລະ​ຕວກ​ເມ​ນີສະຖານ ​ເຊິ່ງ​ໄດ້​ຍົກ​ສູງ​ກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄປ​ເຖິງ​ລະດັບ​ການ​ພົວພັນ​ຄູ່​ຮ່ວ​​ມມື​ຍຸດ​ທະ​ສາດ.ນີ້​ໝາຍ​ຄວາມ​ວ່າກາ​ນພົວພັນ​ລະຫວ່າງ​ຈີນ​ແລະ​ຕວກ​ເມ​ນີສະຖານ​ໄດ້​ກ້າວ​ໄປ​ສູ່​ໄລຍະ​ພັດທະນາ​ໃໝ່​ແລະ​ມີ​ອະນາຄົດ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ກວ້າງຂວາງ​ກວ່າ​ເກົ່າ.

 

ທ່ານ​ເກີ​ບັງກະລີ ​ເບີ​ດີ​ໂມ​ຮາ​ເມ​​ໂດ,ປະທານາທິບໍດີ​ຕວກ​ເມ​ນີສະຖານ​ເຊື່ອ​ໝັ້ນ​ວ່າ,ການ​ຢ້ຽມຢາ​ມຂອງ​ທ່ານປະທານ​ສີຈິ້ນ​ຜິ​ງຄັ້ງ​ນີ້​ຈະ​ຊຸກຍູ້​ການ​ຮ່ວ​ມມື​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ແຮງ​ກ້າ​ແລະ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ແລະ​ຕວກ​ເມ​ນີສະຖານ​ກ້າວ​ໄປ​ສູ່​ໄລຍະ​​ໃໝ່.