ທ່ານ​ຮຸນ​ເຊັນ​ກ່າວ​ວ່າ ກາ​ນພັດທະນາ​ຂອງ​ຈີນ​​ໄດ້​​ເຮັດ​ໃຫ້​ອາ​ຊຽນ​ໄດ້ຮັບຜົນ​ປະ​ໂຫຍ​ດຢ່າງ​ຫລວງຫລາຍ

(GMT+08:00) 2013-09-04 16:49:19     cri

ວັນ​ທີ3ກັນຍາ​ນີ້,​ໃນ​ໂອກາດ​​ເຂົ້າຮ່ວມ​ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາຊຽນ​ແລະ​ກອງ​​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຄັ້ງ​ທີ່10,ທ່ານ​ຮຸນ​ເຊັນນາຍົກລັດຖະມົນຕີກໍາປູ​ເຈຍ​ກ່າວ​ວ່າ,​ເນື່ອງ​ຈາກ​ວ່າ​ຖານ​ະທາງ​ດ້ານ​ເສດ​ຖະກິດຂອງ​ຈີນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ,ຈີນ​ໄດ້​ກາຍ​ເປັນ​ເຂດ​ທີ່​ສໍາຄັນ​ໃນ​ການ​ຊຸກຍູ້​ແກ່​ດຶງການ​ຟື້ນ​ຕົວ​ຂອງ​ເສດ​ຖະກິດ​ໂລກ,ກາ​ນພັດທະນາ​ຂອງ​ຈີນ​​ໄດ້​​ເຮັດ​ໃຫ້​ອາ​ຊຽນ​ໄດ້​ຮັບຜົນ​ປະ​ໂຫຍ​ດຢ່າງ​​ຫລວງ​ຫລາຍແລະ​ໄດ້​ກາຍ​ເປັນ​ກໍາລັງ​ຊຸກຍູ້​​ໃນ​ການ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ພາກພື້ນ.


ທ່ານ​ຮຸນ​ເຊັນ​ກ່າວ​ວ່າ,ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາຊຽນ​ແລະ​ກອງ​​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນຈີນ-ອາ​ຊຽນທີ່​ມີ​ປະຫວັດສາດ​ເປັນ​​ເວລາ10ປີ​​ໄດ້​ກາຍ​ເປັນ​ເວ​ທີ​​ທີ່​ໝັ້ນຄົງ​ແລະ​​ສໍາ​ເລັດຜົນ​,ໄດ້​ຊຸກຍູ້​ການ​ແລກປ່ຽນ​​ເສດຖະກິດ​ການຄ້າລະຫວ່າງ​ຈີນ​ແລະ​ອາຊຽນ​ແລ​ະກາ​ນພັດທະ​ນາ​ຂອງ​ເຂດການ​ຄ້າ​​ເສລີ.ບໍ່​ພຽງ​ແຕ່​ເທົ່າ​ນັ້ນ,​ເວ​ທີ​ດັ່ງກ່າວ​ຍັງ​​ໄດ້ອໍານວຍ​ໂອກາດ​ທາງ​ດ້ານ​ການ​ຮ່ວ​ມມື​ແລະ​ການ​ພັດທະນາ​ໃຫ້​ແກ່​ຈີນ​​ແລະ​ອາຊຽນ​ພາຍ​ໃຕ້​ສະຖານະ​​ການ​ໃໝ່​ຂອງ​ການ​ພັດທະນາ​ທົ່ວໂລກນໍາ​ອີກ.