ວັນທີ3ກັນຍານີ້,ທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທກ່າວໃນພິທີໄຂງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ10ວ່າ,ການພົວພັນລະຫວ່າງຈີນແລະໄທເປັນຂອດທີ່ສໍາຄັນທີ່ສຸດຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຈີນແລະອາຊຽນ,ຫວັງວ່າຍອດມູນຄ່າການຄ້າລະຫວ່າງຈີນກັບໄທຈະບັນລຸເຖິງ100ຕື້ໂດລາເມື່ອຮອດປີ2015.
ທ່ານນາງຍິ່ງລັກ ຊິນນະວັດກ່າວວ່າ,ໄທໄດ້ເລີ່ມດໍາເນີນການກໍ່ສ້າງທາງດ່ວນທີ່ເຊື່ອມຕໍ່ໄທ,ລາວແລະຈີນ.ການສ້າງສໍາເລັດແລະນໍາໃຊ້ທາງດ່ວນສາຍນີ້ຈະເປັນການຮັດແໜ້ນການພົວພັນລະຫວ່າງຈີນ,ໄທແລະອາຊຽນ.ທ່ານນາງຍິ່ງລັກໄດ້ສະເໜີໃຫ້ວິຊາການຂອງໄທ,ລາວແລະຈີນພົບປະກັນໂດຍໄວເພື່ອຄົ້ນຄວ້າແລະປຶກສາຫາລືການພັດທະນາລະບົບການເຊື່ອມຕໍ່ຂອງທາງດ່ວນສາຍນີ້.
ສະມາຊິກຂອງຄະນະຜູ້ແທນໄທທີ່ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນໃນຄັ້ງນີ້ມີຫລາຍກວ່າ100ຄົນເຊິ່ງເປັນຄະນະຜູ້ແທນທີ່ໃຫຍ່ທີ່ສຸດໃນບັນດາປະເທດອາຊຽນທີ່ເຂົ້າຮ່ວມໃນງານຄັ້ງນີ້.
© China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |