ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢ້ຳວ່າການ​ແກ້​ໄຂ​ບັນຫາ​ຊີ​ຣີດ້ວຍ​ວິທີ​ທາງການ​ເມືອງ​ແມ່ນ​ທາງ​ອອກ​ພຽງທາງ​ດຽວ​ທີ່ຈະບັນລຸ​ຜົນ​ເປັນ​ຈິງ​ໄດ້

(GMT+08:00) 2013-09-05 14:36:47     cri
​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ກັນຍາ​ນີ້, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ຈີນ​ກ່າວ​ຢ້ຳວ່າການ​ແກ້​ໄຂ​ບັນຫາ​ຊີ​ຣີດ້ວຍ​ວິທີທາງການ​ເມືອງ​ແມ່ນ​ທາງ​ອອກ​ພຽງທາງ​ດຽວ​ທີ່​​ຈະບັນລຸ​ຜົນ​ເປັນ​ຈິງ​ໄດ້.

ທ່ານ​ຫົງ​ເຫຼີຍກ່າວ​ວ່າ, ພວກ​ຂ້າພະ​ເຈົ້າ​ໄດ້​ກ່າວ​ຢ້ຳຫຼາຍ​ເທື່ອ​​ແລ້ວ​ວ່າ, ຈີນ​ເຫັນ​ວ່າ​ການແກ້​ໄຂ​ບັນ​ຫາ​ຊີຣີດ້ວຍ​ວິທີທາງການ​ເມືອງ​ແມ່ນ​ທາງ​ອອກ​ພຽງ​ທາງດຽວ​ທີ່​ຈະສາມາດ​ບັນລຸ​ຜົນ​ເປັນຈິງ​ໄດ້. ພວກ​ຂ້າພະ​ເຈົ້າ​ເປັນ​ຫ່ວງ​ທີ່​ສຸດ​ຕໍ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ອາດ​ຈະ​ປະຕິບັດ​ການ​ເຄື່ອນ​ໄຫວ​ການ​ທະຫານ​ແຕ່​ຝ່າຍ​ດຽວ. ຈີນ​ສະໜັບ​ສະ​ໜູນ​ອົງການ​ສະຫະ​ປະຊາ​ຊາດ​ດຳ​ເນີນ​ການ​ກວດກາ​ທີ່​ເປັນ​ອິດສະຫຼະ, ຍຸດຕິ​ທຳ, ພາວະ​ວິ​ໄສ​ແລະ​ເປັນ​ແບບ​ວິຊາ​ການ. ຝ່າຍ​ຕ່າງໆ​ຄວນ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ໜ່ວຍ​ກວດກາ​​ໃນ​ການດຳ​ເນີນ​ວຽກ​ງານຂອງ​ຕົນ, ​ແລະ​ລໍ​ຖ້າ​ຜົນ​ການ​ກວດກາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ​ແລະ​ບໍ່​ຄວນ​ສະຫຼຸບ​ເຫດການ​ກ່ອນ. ປະຊາ​ຄົມ​ໂລກຈະ​ໃຊ້​ມາດ​ຕະການ​ໃດໆ​ລ້ວນ​ແຕ່​ຄວນ​ປະຕິບັດ​ຕາມຈຸດ​ປະສົງ​ຂອງ "ກົດ​ບັດ​ອົງການ​ສະຫະ​ປະຊາ​ຊາດ" ​ແລະ​ຫຼັກມາດຖານພື້ນຖານຂອງ​ການ​ພົວພັນ​ສາກົນ, ຫຼີກ​ເວັ້ນບໍ່​ໃຫ້​ບັນຫາ​ຊີຣີສັບສົນຂຶ້ນ​ກວ່າ​ເກົ່າ, ຫຼີກ​ເວັ້ນການ​ສ້າງ​ຄວາມ​ຫາ​ຍານະ​ຫຼາຍ​ກວ່າ​ເກົ່າ​ຕໍ່​ເຂດ​ຕາ​ເວັນ​ອອກ​ກາງ.