ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ເດີນທາງ​ໄປ​ເມືອງ​ເຊັນ​ປີ​ເຕີ​ສະ​ເບີກ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ກຸ່ມ​ຈີ20

(GMT+08:00) 2013-09-05 16:18:08     cri
ຕາມ​ຂ່າວCRI:ວັນ​ທີ5ກັນຍາ​ນີ້, ທ່ານ​ຊູຊີ​ໂລ ບຳບັງ ຢຸດ​ໂຮໂຢ​ໂນ, ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​​ໄດ້ສິ້ນ​ສຸດການ​ຢ້ຽມຢາມ​ທາງ​ລັດຖະກິດ​ຕໍ່​ໂປ​ໂລ​ຍ, ​​ແລະເດີນທາງ​ໄປ​ເມືອງ​ເຊັນ​ປີ​ເຕີ​ສະ​​ເບີກ​ຂອງຣັດ​ເຊຍ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ກຸ່ມ​ຈີ20.

ທ່ານຊູຊີ​ໂລ ບຳບັງ ຢຸດ​ໂຮໂຢ​ໂນກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ແມ່ນໜຶ່ງ​ໃນ​ປະ​ເທດຕ່າງໆ​ດີ່​ໄດ້​ຮັບ​ຜົນ​ກະທົບ​ໜັກໜ່ວງ​ຈາກສະພາບ​​ເສດຖະກິດ​ຖົດຖອຍ, ປະຈຸ​ບັນ​ພວມປະ​ເຊີນ​​ກັບ​ຄວາມກົດດັນ​ໃໝ່​ຕ່າງໆ​ຈາກ​ພາຍ​​ໃນ​ແລະພາຍ​ນອກ. ທ່ານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ກຸ່ມ​ຈີ20ຄັ້ງ​ນີ້​ຈະ​​ເຈາະ​ຈົງປຶກສາ​ຫາລືບັນຫາ​ຕ່າງໆ, ​ເຊັ່ນ: ການ​ເຮັດ​ແນວ​ໃດ​ຈຶ່ງ​ສາມາດ​ຮັກສາ​ການ​​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ໂລກ, ເຮັດ​ໃຫ້​ລະບົບທະນາຄານ​ໂລກ​ມີ​ຄວາມ​ໝັ້ນ​ທ່ຽງ​, ເປີດ​ກວ້າງ​ການ​ປະກອບ​ອາຊີບ​ແລະ​ອື່ນໆ.

ຂ່າວ​ແຈ້ງວ່າ, ​ໃນ​ໄລຍະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ກຸ່ມຈີ20, ທ່ານຊູຊີ​ໂລ ບຳບັງ ຢຸດ​ໂຮ​ໂຢ​ໂນຈະ​ພົບ​ປະ​ກັບ​ທ່ານ​ຊິນ​ໂ​ຈ ອາ​ເບະ, ນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານຈາ​ໂຄບ ຈູ​ມາ, ປະທານາທິບໍດີ​ອາ​ຟຼິກາ​ໃຕ້​​ແລະ​ທ່ານ​ບັນ​ກີ​ມູນ, ​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ.