ທ່ານ​ຫຼີ​ເຄີ້ສຽງ​ຫວັງ​ໃຫ້​ວິ​ສາ​ຫະກິດ​ຈີນ​ເຄົາລົບລະບຽບ​ກົດໝາຍກົດ​​ແລະ​ປະ​ເພນີຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ເທດ​ອາ​ຊຽນ

(GMT+08:00) 2013-09-05 18:01:57     cri
ຕາມ​ຂ່າວCRI:ວັນ​ທີ3ກັນຍາ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ລົງ​ຢ້ຽມ​ຊົມຫໍ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ທີ່​ນະຄອນ​ໜານ​ໜິງ​ແລະ​ໄດ້ແລະ​ແລກປ່ຽນກັບ​ພະນັກງານ, ປະຊາຊົນ​ເຂດ​ກວາງຊີ​. ທ່ານ​ກ່າວ​ວ່າ, ຈີນ​ກັບ​ອາ​ຊຽນ​ແມ່ນມະຫາ​ຄອບຄົວ​ດຽວ​ກັນ, ມີ​ວັດທະນະທຳ​ທີ່​ເຊື່ອມ​​ໂຍງ​ແລະ​ຄ້າຍຄື​ກັນ, ມີ​ຄວາມ​ປາຖະໜາຮ່ວມ​ກັນ​ດ້ານ​ການ​ພັດທະນາ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈະ​ມີ​ອະນາຄົດ​ທີ່​ດີງາມຢ່າງ​ແນ່​ນອນ.

ຢູ່​ເຂດ​ວາງສະ​ແດງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ສາກົນ, ມີ​ວິ​ສາ​ຫະກິດ​ຈີນ​ຈຳນວນ​ໜຶ່ງ​ໄດ້​ກ່າວ​​ແນະນຳສະພາບ​ການ​ລົງທຶນ, ການ​ດຳ​ເນີນ​ທຸລະ​ກິດ, ​ແລະການ​ຮ່ວມ​ມື​ຢູ່​ປະ​ເທດ​ອາ​ຊຽນຂອງ​ຕົນ. ທ່ານ​ຫຼີ​ເຄີ້ສຽງ​ໄດ້​ເຕືອນ​ໃຫ້​ວິ​ສາ​ຫະກິດ​ຕ້ອງ​ເຄົາ​ລົບ​​ລະບຽບກົດໝາຍ​ກົດຂອງ​ທ້ອງ​ຖິ່ນ, ​ເຄົາລົບ​ປະ​​ເພນີ​ຊີວິດ​ການ​ເປັນ​ຢູ່​ທ້ອງ​ຖິ່ນ, ປະຕິບັດ​ພັນທະ​ຕໍ່​ສັງຄົມ, ສ້າງ​ຄວາມສຸກ​ໃຫ້​​ແກ່ປະຊາຊົນ​ທ້ອງ​ຖິ່ນ, ບັນລຸ​ການ​​ໄດ້​ຮັບຜົນ​ປະ​ໂຫຍ​ດ​ຮ່ວມກັນ​. ພ້ອມ​ກັນ​ນັ້ນ, ຕ້ອງ​​ເລັ່ງ​ໃສ່​ຄວາມ​ຕ້ອງການ​​ໃນຕົວ​ຈິງ​ຂອງ​ກັນ​ແລະ​ກັນ, ຊຸກຍູ້ການ​ປະດິດ​ສ້າງ​ດ້ານ​ເຕັນ​ໂນ​ໂລ​ຊີ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກຍູ້​ການ​ນຳ​ໃຊ້​ຜະລິດ​ຕະພັນ, ຖ້າ​ເປັນ​ແນວ​ນີ້​ແລ້ວ​ອະນາຄົດ​ການ​ຮ່ວມ​ມື​ກໍຈະ​ກວ້າງຂວາງ​ກວ່າ​ເກົ່າ.