ປະທານ​ປະ​ເທດ​ຈີນ​​ໄດ້​ເດີນທາງ​ໄປ​​ເຖິງ​ເມືອງ​ເຊັນ​ປີ​ເຕີ​ສະ​ເບີກ​​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ຜູ້​ນໍາ​ກຸ່ມ​ຈີ20

(GMT+08:00) 2013-09-05 14:38:59     cri

ວັນ​ທີ4ກັນຍາ​ນີ້,ທ່ານ​ສີ​ຈິ້ນ​ຜິ​ງ,ປະທານ​ປະ​ເທດ​ຈີນ​​ໄດ້​ເດີນທາງ​ໄປ​​ເຖິງ​ເມືອງ​ເຊັນ​ປີ​ເຕີ​ສະ​ເບີກຂອງ​ລັດ​ເຊຍ​​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ຜູ້​ນໍາ​ກຸ່ມ​ຈີ20ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ5ຫາວັນທີ6ກັນຍານີ້.ທ່ານຫວາງຮູ້ໜິງ,ທ່ານລີ້ຈ້ານສູ່ແລະທ່ານຢາງເຈຍຊືແລະຜູ້​ນໍາ​ຄົນອື່ນໆ​ໄດ້​ຮ່ວມ​ເດີນທາງ​ໄປ​ກັບຍົນລໍາດຽວກັນ.


ຫົວຂໍ້ຕົ້ນຕໍຂອງກອງປະຊຸມສຸດຍອດຄັ້ງນີ້ແມ່ນການ​ເຕີບ​ໂຕ​ດ້ານ​ເສດ​ຖະກິດແລະການປະກອບອາຊີບຈະໃຫ້ຄວາມສໍາຄັນ ຕໍ່ການປຶກສາຫາລື ຫົວຂໍ້ຕ່າງໆເຊັ່ນສະພາບການທະນາຄານຂອງ ເສດຖະກິດໂລກ,ການລົງທຶນ,ການຄ້າ,ການພັດທະນາ,ການປະຕິຮູບລະບົບການ ທະນາຄານເງິນຕາສາກົນແລະອື່ນໆ.ໃນໄລຍະເຂົ້າຮ່ວມກອງປະຊຸມດັ່ງກ່າວ,ທ່ານສີຈິ້ນຜິງຍັງຈະພົບປະ ກັບຜູ້​ນໍາ​ຕ່າງ​ປະ​ເທດ​ແລະ​ຜູ້​ອໍານວຍ​ການ​ຂອງ​ອົງ​ການຈັດ​ຕັ້ງສາກົນ​ເຊັ່ນທ່າ​ນປູ​ຕິນ,​​ປະທາ​ນາ​ທິບໍດີ​ລັດ​ເຊ​ຍ,ທ່ານ​​ໂອ​ບາ​ມາ,ປະທານາທິບໍດີ​ອາ​ເມ​ລິ​ກາ​ແລ​ະອື່ນໆ​ແລະ​ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ທີ່​ບໍ່​​​ເປັນ​ທາງ​ການ​ຂອງ​ຜູ້​ນໍາ​​ປະ​ເທດ​ບຼິກສ.


ທ່ານ​ສີ​ຈິ້ນ​ຜິ​ງ​ແມ່ນ​ເດີນທາງ​ໄປ​ເມືອງ​ເຊັນ​ປີ​ເຕີ​ສະ​ເບີກ​ຫລັງ​ຈາກ​ທ່ານ​ໄດ້​ຢ້ຽ​ມຢາມ​ຕວກ​ເມ​ນີສະຖານ​ທາງລັດຖະກິດ.​ໃນ​ເວລາ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງຈະ​ເດີນ​ທາງ​ອອກ​ຈາກ​ເມືອງ​ມາ​ລີ,ທ່ານ​ເດີ​ບັງ​ກະລີ ​ເບີ​ດີ​ໂມ​ຮາ​ເມ​ໂດ​,ປະທານາທິບໍດີ​ຕວກ​ເມ​ນີສະຖານໄດ້​ນໍາພາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຫລາຍທ່ານ​ອອກ​ໄປ​ສົ່ງ​ທ່ານ​ສີ​ຈິ້ນ​ຜິ​ງຢູ່​ສະໜາມ​ບິນ.