ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ເນັ້ນ​ໃນ​ກອງ​ປະຊຸມ​ສຸດ​ຍອດG20ຄັ້ງ​ທີ 8 ວ່າ, ຈະ​ປົກ​ປັກຮັກສາ​​ແລະ​ພັດທະນາເສດຖະກິດ​​ແບບ​ເປີດ​ປະຕູຂອງ​ໂລກຢ່າງ​ເດັດດ່ຽວ, ຈີນ​ມີ​ເງື່ອນ​ໄຂ​ແລະ​ມີ​ຄວາມ​ສາມາດ​ບັນລຸ​ໃຫ້​ເສດຖະກິດ​ເຕີບ​ໂຕ​ຢ່າງ​ປອດ​ໃສ​ແລະ​ຕໍ່​ເນື່ອງ

(GMT+08:00) 2013-09-06 10:01:56     cri
ວັນ​ທີ 5 ກັນຍາ​ນີ້, ກອງ​ປະຊຸມ​ສຸດ​ຍອດG20ຄັ້ງ​ທີ 8 ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​​ແຊັງ​ເບ​ເຕີ​ສະ​ເບີກ​ຂອງ​ຣັດ​ເຊຍ. ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ກ່າວ​ຄຳ​ປາ​ໄສ​ອັນ​ສຳຄັນ.

ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ວ່າ, ປັດຈຸບັດ, ​ເສດຖະກິດ​ໂລກ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ສະພາບທີ່​ພັດທະນາ​ຊັກ​ຊ້າເທື່ອ​ທະ​ກ້າວ, ​ແລະ​ສືບ​ຕໍ່​ພັດທະນາ​ໄປ​ທາງ​ດີ. ພ້ອມ​ກັນ​ນັ້ນ, ຜົນ​ສະທ້ອນ​ທາງ​ລົບ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ​ຍັງ​ມີ​ຢູ່, ການ​ຟື້ນ​ຕົວ​ຄືນ​ໃໝ່​ຂອງ​ເສດຖະກິດ​ໂລກ​ຍັງ​ຕ້ອງການ​ເວລາ​ຍາວ​ສົມຄວນ. ພວກ​ຂ້າພະ​ເຈົ້າ​ຄວນ​ພະຍາຍາມ​ສ້າງ​ເສດຖະກິດ​ໂລກ​ທີ່​ປະ​ເທດ​ຕ່າງໆ​ມີ​ການ​ພັດທະນ​າ​ຢ່າງ​ປີ​ຫົວຄິດປະດິດ​ສ້າງ, ​ເສດຖະກິດ​ເຕີບ​ໂຕ​ຮ່ວມ​ກັນ​ແລະ​ຜົນ​ປະ​ໂຫຍ​ດ​ເຊື່ອມ​​ໂຍງເຂົ້າກັນ.

ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ເນັ້ນ​ວ່າ, ຖ້າຢາກ​ສ້າງ​ເສດຖະກິດ​ໂລກ​ແບບ​ນີ້, ຕ້ອງການ​ປະ​ເທດ​ສະມາຊິກ​ຕ່າງໆ​ຂອງG20ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ, ​ແລະ​ຫາບ​ແບກ​ຄວາມ​ຮັບຜິດຊອບ​ຂອງ​ຕົນ. ອັນ​ທີ​ໜຶ່ງ​ແມ່ນ​ປະຕິບັດ​ນະ​ໂຍບາຍ​ເສດຖະກິດ​ດ້ານ​ມະຫາ​ພາກ​ທີ່​ມີ​ຄວາມ​ຮັບຜິດຊອບ, ອັນ​ທີ​ສອງ, ຮ່ວມ​ກັນ​ປົກ​ປັກຮັກສາ​ແລະ​ພັດທະນາ​ເສດຖະກິດ​ໂລກ​ແບບ​ເປີດ​ປະຕູຂອງ​ໂລກ, ອັນ​ທີ​ສາມ, ​ປັບປຸງ​ເສດຖະກິດ​ໂລກ​ໃຫ້​ມີ​ຄວາມຍຸຕິ​ທຳ​ກວ່າ​ເກົ່າ​.

ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ເນັ້ນ​ວ່າ, ​ເພື່ອ​ຊຸກຍູ້​ໃຫ້​ເສດຖະກິດ​ສັງຄົມ​ຂອງ​ຈີນ​ສືບ​ຕໍ່​ພັດທະນາ​ຢ່າງ​ປອດ​​​ໄສ​ແລະ​ຕໍ່​ເນື່ອງ, ຈີນ​ຈະ​ຊຸກຍູ້​ການ​ປະຕິ​ຮູບ​ຢ່າງ​ເດັດດ່ຽວ. ຈີນ​ຈະ​ເພີ່ມ​ທະວີ​ການ​ກໍ່ສ້າງ​ລະບົບ​ຕະຫຼາດ, ຊຸກຍູ້​ການປະຕິ​ຮູບ​ໂຄງ​ປະກອບໃນ​ຂົງ​ເຂດ​ການ​ດັດສົມ​ມະຫາ​ພາກ, ການ​ເກັບ​ພາສີ​ອາກອນ, ການ​ທະນາຄານ, ການ​ລົງທຶນ​ແລະ​ການ​ຄວບ​ຄຸມ​ດ້ານ​ບໍລິຫານ​ເປັນ​ຕົ້ນ, ພະຍາຍາມ​ລົງ​ເລິກການ​ປະຕິ​ຮູບ​ໃນ​ດ້ານການ​ຫັນ​ອັດຕາ​ດອກ​ເບັ້ຍ​ແລະອັດຕາ​ແລກປ່ຽນ​​ເງິນຕາ​ຕ່າງປະ​ເທດ​ໃຫ້ເປັນ​ແບບ​ຕະຫຼາດ. ຈີນ​ຈະ​ຍຶດໝັ້ນ​ຍຸດ​ທະ​ສາດ​ເປີດ​ປະຕູ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ລົງ​ເລິ​ກການ​ປະຕິ​ຮູບ​ໂຄງ​ປະກອບ​ທີ່​ກ່ຽວ​ພັນ​ເຖິງ​ການ​ລົງທຶນ​ແລະ​​ການ​ຄ້າ, ບູລະນະກົດໝາຍ​ຂໍ້​ກຳນົດ​ໃຫ້​ຄົບ​ຖ້ວນ​ບໍລິບູນ, ສ້າງ​ສະພາບ​ແວດລ້ອມ​ທີ່​ຍຸຕິ​ທຳ​ດ້ານ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ແກ່​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ຕ່າງໆທີ່ຢູ່​ຈີນ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງດ້ານ​ການ​ຄ້າ​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ໂດຍ​ຜ່ານ​ການ​ປຶກສາ​ຫາລືກັນ.