ພິມ​ຈຳໜ່າຍ​ສະ​ແຕມ​ທີ່​ລະ​ນຶກ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ການ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໃນ​ຮອບ 10 ປີ​ຜ່ານ​ມາ

(GMT+08:00) 2013-09-06 13:42:55     cri

ເພື່ອ​ລະ​ລຶກວັນ​ສ້າງ​ຕັ້ງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄົບຮອບ 10ປີ , ກຸ່ມ​ບໍລິສັດ​ໄປ​ສະ​ນີຈີນ​ໄດ້​ພິມ​ຈຳໜ່າຍສະ​ແຕມ​ຊຸດ​ພິ​ເສດ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຈຳນວນ 1 ດວງ ​ໃນ​ວັນ​ທີ 15​ສິງ​ຫາ​ແລ້ວ​ນີ້. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ພິມ​ຈຳໜ່າຍ​ສະ​ແຕມ​ທີ່​ລະ​ນຶກ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນນັບ​ແຕ່​ໄດ້​ມີ​ການ​ຈັດ​ງານ​ໃນ​ຮອບ 10 ປີ​ຜ່ານ​ມາ.

ສະ​ແຕມ​ຊຸດ​ພິ​ເສດ​ຂອງ​ງານ​ວາງສະ​ແດງ​ດັ່ງກ່າວ​ນີ້​ມີ​ຫົວ​ຂໍ້​ອັນ​ພົ້ນ​ເດັ່ນ,ຊຶ່ງ​ອອກ​ແບບ​ໂດຍ​ອີງ​ໃສ່​ຮູບ​ແຕ້ມ​ຈີນ​ທີ່​ມີ​ຊື່​ວ່າ "ຟານ​ຮວາ​ຊືຈິ່ນ" ​ແປ​ວ່າ ດວງ​ໄມ້​ບານ​ເຮືອງ​ເຮື່ອ, ​ຊຶ່ງ​ເປັນ​ຜົນງານ​ຂອງ​ທ່ານ​ເຈິ້ງ​ຈຸ່ນ ນັກ​ແຕ້ມ​ຮູບ​ແລະ​ຂຽນ​ງາມ​ທີ່​ມີ​ຊື່​ສຽງ​ຂອງ​ເຂດ​ກວາງຊີ​ຈີນ. ຊຶ່ງ​ສະ​​ແຕມ​ດວງ​ນີ້​​ໄດ້ຖື​ຮູບ​ແຕມ "ຟານ​ຮວາ​ຊືຈິງ" ​ທີ່​​ແຕ້ມ​ໃຫ້​ມີ​ດອກ​ໄມ້​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ແລະ10​ປະ​ເທດ​ອາ​ຊຽນ​ທີ່​ກຳລັງ​ເບັ່ງ​ບານ​ຢູ່​ນັ້ນ​ເປັນ​ຕົ້ນ​ຕໍ,​ແລະ​ຖື​ສູນ​ປະຊຸມ​ວາງສະ​ແດງ​ສາກົນ​ນານ​ນິງທີ່​ເປັນ​ສະຖານ​ທີ່​ຖາວອນ​ໃນ​ການຈັດ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ນັ້ນ​ເປັນ​ສາກ​ເບື້ອງ​ຫຼັງ, ອັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນຢ່າງ​ມີ​ຊີວິວຊີວາກ່ຽວ​ກັບ​ຫົວ​ຂໍ້​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄື​ມິດຕະພາບ,ການ​ຮ່ວມ​ມື, ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ​ແລະ​ມີ​ຄວາມ​ໝາຍ​ ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນມີ​ອະນາຄົດ​ອັນ​ດີງາມ.​ໃນ​ນາມ​ເປັນ​ໜຶ່ງ​ໃນ​ບັນດາ​ຜູ້​ປະດິດ​ສ້າງ​ສະ​ແຕມ​ດວງ​ນີ້, ທ່ານ​ເຈີ້​ງຈຸ່ນ ​ໄດ້​ກ່າວ​ດ້ວຍ​ຄວາມພາກພູມ​ໃຈ​ວ່າ, ການ​ພິມ​ຈຳໜ່າຍ​ສະ​ແຕມ​ໃນ​ໂອກາດ​ທີ່​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນສ້າງຕັ້ງ​ຂຶ້ນ​ຄົບຮອບ 10 ປີ ​ເປັນ​ເລື່ອງ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ຫຼາຍ, ສະ​ແຕມ​ດວງ​ນີ້​ມີ​ຄຸນຄ່າ​ສູງ​ໃນ​ດ້ານ​ການ​ສະ​ສົມ, ​ແລະ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ນິຍົມ​ສະ​ສົມ​ສະ​ແຕມ​ຢ່າງ​ຫຼວງ​ຫຼາຍ.ສະ​ເພາະ​ແຕ່​ຢູ່ທີ່​ພິທີ​ເປີດ​ການຈຳໜ່າຍ​ສະ​ແຕມ ກໍ່​ໄດ້​ຈຳໜ່າຍ​ຊອງ​ພິ​ເສດ​ທີ່​ມີ​ລາຍ​ເຊັນ​ຂອງ​ຜູ້​ປະດິດນັບ​ເປັນ​ພັນ​ຊອງ​ແລ້ວ.