ການ​ພັດທະນາ​ການ​ຮ່ວມ​ມື​​ໃນພາກ​ພື້ນຈະສາມາດຍົກ​ສູງບົດບາດ​ຂອງ​ຈີນ​ແລະ​ອາ​ຊຽນຂຶ້ນ

(GMT+08:00) 2013-09-06 16:55:21     cri

ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 10 ​ໄດ້​ອັດ​ລົງ​ຢູ່​ທີ່​ນະຄອນ​ໜານ​ໜິງ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ່​ຈີນ​ໃນ​ວັນ​ທີ 6 ກັນຍາ​ນີ້. ຫົວ​ຂໍ້​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ໃນ​ຄັ້ງນີ້​ແມ່ນ: ການ​ພັດທະນາ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ-​ກາລະ​ໂອກາດ​ໃໝ່, ກຳລັງ​ຊຸກ​ດັນ​ໃໝ່ ​ແລະ ​ໄລຍະ​ໃໝ່. ຜູ້​ຊ່ຽວຊານ​ຂອງ​ຈີນ​ແລະ​ອາ​ຊຽນໄດ້ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ​ໂດຍ​ເຫັນ​ວ່າ, ພາຍ​ໃຕ້​ເງື່ອນ​ໄຂ​ທີ່ການ​ຟື້ນ​ຕົວຂອງເສດຖະກິດ​ໂລກອ່ອນ​ເພຍ, ຈີນ​ແລະ​ອາ​ຊຽນ​ໄດ້​ລວມຕົວ​ເປັນ​ກຸ່ມ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ຈະ​ສາມາດ​ຍົກ​ສູງ​ບົດບາດຂອງ​ຈີນ​ແລະ​ອາ​ຊຽນຂຶ້ນ.

​ເມື່ອ​ກ່າວ​ເຖິງ​ຫົວ​ຂໍ້​ຂອງ​ງານ​ສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໃນ​ຄັ້ງນີ້, ທ່ານ​ຫວາງ​ຢີ້ຈູ, ຫົວໜ້າຫ້ອງການ​ຄົ້ນຄວ້າ​ການ​ຮ່ວມ​ມື​ສະ​ຖາ​ບັນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ ສະພາ​ບັນດິດ​ວິທະຍາສາດ-ສັງຄົມ​ຈີນ ກ່າວ​ວ່າ: ຈີນ​ແລະ​ອາ​ຊຽນລ້ວນ​ແຕ່​ພວມ​ພັດທະນາ​ກ້າວ​ຂຶ້ນ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ຝ່າຍ​ຕ້ອງ​ຍົກຂຶ້ນສູ່​ລະດັບ​ໃໝ່; ສອງ​ຝ່າຍ​ພວມ​ປະ​ເຊີນ​ກັບ​ບັນຫາ​ຕ່າງໆ, ​ເຊັ່ນ ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ເປັນຕົ້ນ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ ມີ​ປະສິດທິ​ຜົນ​ທີ່​ບົ່ມ​ຊ້ອນ​ຢູ່​ອັນ​ມະຫາສານ.

ທ່ານ​ ກີ ​ເຊ​ເຣວັດ, ນັກວິຊາການ​ສະ​ຖາ​ບັນ​ການ​ພົວພັນ​ສາກົນ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ລາຊະ​ນາວີ​ກຳປູ​ເຈຍ ກ່າວ​ວ່າ: ການບັນລຸໃຫ້ ເສດຖະກິດ​ພາກ​ພື້ນ​ເຊື່ອມ​ໂຍງ​​ເຂົ້າກັນ​ແມ່ນ​ທ່າ​ອ່ຽງຂອງ​ທົ່ວ​ໂລກ, ຈີນ​ແລະ​ອາ​ຊຽນຄວນຊ່ວຍ​ຊູ​ຍູ້​ໜູນ​ກັນ​ດ້ານ​ທ່າ​ແຮງ, ​ເພື່ອ​ບັນລຸ​ການພັດທະນາຮ່ວມ​ກັນ.

ທ່ານ ນາງ​ສົງ​ລີ​ອິ່ງ, ຜູ້​ຊ່ຽວຊານ​ກ່ຽວກັບມຽນມາ ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ສະພາ​ບັນດິດ​ວິທະຍາສາດ-ສັງຄົມ​ແຂວງ​ຢຸນນານ​ຈີນ ກ່າວ​ວ່າ: ການ​ເຊື່ອມ​ຈອດ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ການ​ເຊື່ອມ​ຈອດ​ລະຫວ່າງ​ຈີນ-ອາ​ຊຽນ ຈະ​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ ກໍ​ຄື ການ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ.

RCEP ​ແມ່ນ​ກົນ​ໄກ​ການ​ຮ່ວມ​ມື​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ​ເຊິ່ງ​ແມ່ນ​ອາ​ຊຽນ​ເປັນ​ແກນ​ນຳ. ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 10 ​ໃນວັນ​ທີ 3 ກັນຍາ​ນີ້, ທ່ານ​ເລ​ເລື່ອງ​ມິ​ງ, ​ເລຂາ​ທິການ​ໃຫຍ່​ອາ​ຊຽນ ກ່າວ​ວ່າ: ອາ​ຊຽນ​ແລະ​ຈີນ​ຄວນ​ຕັ້ງໜ້າ​ເຂົ້າຮ່ວມ​ຂະ​ບວນການ​ເຈລະຈາ​ເພື່ອ​ສະ​ແຫວ​ງ ຫາການ​ບັນລຸ​ການ​ເຊັນ​ສັນຍາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ທີ່​ຮອບດ້ານ, ມີ​ຄຸນ​ນະພາ​ບສູງ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ພາຍ​ໃຕ້​ຂອບ RCEP, ນີ້​ຈະ​ສາມາດ​ອຳນວຍ​ໂອກາດ​ຢ່າງຫຼວງຫຼາຍ​ໃຫ້​ແກ່​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ.

ທ່ານ ນູ​ເຊີ​ວັນ ​​ໃຈ​ນັນ ອາ​ບີ​ດິນ, ​ເຈົ້າໜ້າ​ທີ່​ອາວຸ​ໂສ​ທີ່​ຮັບຜິດຊອບ​ວຽກ​ງານ​ອາ​ຊຽນຂອງ​ມະ​ເລ​ເຊຍ ກ່າວ​ວ່າ: ການ​ເນັ້ນໜັກ​ກາ​ນພັດ ທະນາການ​ຮ່ວມ​ມື​ໃນ​ພາກ​ພື້ນ​ມີ​ຄວາມ​ໝາຍ​ໃນ​ຕົວ​ຈິງ, ທ່ານ​ເຫັນ​ວ່າ, ຈີນ​ສະໜັບສະໜູນ​ອາ​ຊຽນ​​ເສີມ​ຂະຫຍາຍ​ບົດບາດ​ເປັນ​ແກນ​ນຳ​ໃນ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ, ຈີນ​ກໍ​ຈະ​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​ພັດທະນາ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ເຊັ່ນ​ກັນ.