ທ່ານ​ສີ​ຈິ້ນ​ຜິ​ງລິ​ເລີ່​ມ​ໃຫ້​ປະກອບ​ສ້າງ​ຕາໜ່າງຄວາມ​ປອດ​ໄພ​ດ້ານ​ທະນາຄານ​ຂອງ​ປະ​ເທດບຼິກສ ຜູ້​ຊ່ຽວຊານ​ກ່າວ​ວ່າການ​ຮ່ວມ​ມື​ລະຫວ່າງ​ປະ​ເທດບຼິກສມີທ່ວງທ່າ​ສຸກ​ງອມ​ກວ່າ​ເກົ່າ​ແລະ​ການ​ຫັນ​ເປັນ​ກົນ​ໄກ

(GMT+08:00) 2013-09-06 16:45:16     cri
ຕາມ​ຂ່າວCRI:ວັນ​ທີ5ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ທີ່​ເດີນທາງ​ໄປ​ເມືອງ​ເຊັນ​ປີ​ເຕີ​ສະ​ເບີກ​​ຂອງຣັດ​ເຊຍເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຜູ້ນຳ​ຈີ20​ໄດ້​​ເຂົ້າ​ຮ່ວມການ​ພົບ​ປະ​ແບບ​ບໍ່​ເປັນ​ທາງ​ການ​ຂອງຜູ້ນຳ​​ປະ​ເທດ​ບຼິກສ, ຜູ້ນຳ​ບັນດາ​ທ່ານ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ແລກປ່ຽນ​ຄວາມ​ເຫັນ, ປະສານງານ​ຫຼັກ​ໝັ້ນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ບຼິ​ກສ​ແລະ​ບັນ​ຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​​ເປັນ​ພິ​ເສດ​ວ່າ, ຕ້ອງ​ເລັ່ງລັດໃຫ້ການ​ສ້າງຕັ້ງ​ທະນາຄານພັດທະນາ​​ແລະ​ການຈັດ​ສັນຄັງ​ສຳຮອງຂອງ​ປະ​ເທດ​ບຼິກສ​, ​ເພື່ອປະກອບ​ສ້າງ​ຕາໜ່າງຄວາມ​ປອດ​ໄພ​ດ້ານ​ທະນາຄານ​ຂອງ​ປະ​ເທດ​ບຼິກສ. ​ໃນ​ເວລາ​ໃກ້​ສຳພາດ​ຕໍ່​ນັກ​ຂ່າວ​CRIຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ, ການ​ກະທຳ​ນີ້​ໄດ້​ໝາຍ​ເຖິງ​ການ​ຮ່ວມ​ມື​ລະວ່າງ​ປະ​ເທດ​ບຼິກສ​ໄດ້ຈາກ​ການສະ​ແດງ​ຢ່າງ​ເປີດ​ເຜີຍ​ດ້ານ​ນະ​ໂຍບາ​ຍກ້າວ​ເຂົ້າ​ໄປ​ສູ່​ຄວາມສຸກ​ງອມ​ແລະ​ການ​ຫັນ​ເປັນ​ກົນ​ໄກ.