ຈີນ​ສະໜັບສະໜູນ​ທ່ານ​ລາກຮ໌ດາ ບຼາຮີ​ມີ​ໄກ່​ເກ່ຍບັນຫາ​ຊີຣີ  ກ່າວ​ຢ້ຳວ່າການ​ແກ້​ໄຂ​ທາງ​ການ​ເມືອງ​ແມ່ນທາງ​ອອກກຕົວ​ຈິງພຽງ​ໜຶ່ງ​ດຽວ​ຂອງ​ບັນຫາ​ຊີຣີ

(GMT+08:00) 2013-09-06 17:44:01     cri
ຕາມ​ຂ່າວCRI: ລາຍ​ງານຂ່າວ​ກ່າວ​ວ່າ, ທ່ານ​ລາກຮ໌ຄດາ ບຼາຮີ​ມີ, ຜູ້ຕາງໜ້າ​ພິ​ເສດ​ຮ່ວມ​ກ່ຽວ​ກັບ​ບັນຫາ​ຊີຣີຂອງ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ສັນນິບາດ​ອາຣັບຈະ​ເດີນທາງ​ໄປຣັດ​ເຊຍ, ​ເພື່ອ​ຊຸກຍູ້​ໃຫ້​ປະຊາ​ຄົມ​ໂລກ​ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ບັນຫາ​ຊີຣີ​ຂຶ້ນໂດຍ​ໄວ. ກ່ຽວກັບ​ເລື່ອງ​ນີ້​ວັນ​ທີ6ກັນຍາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​​ວ່າ, ຈີນ​ສະໜັບສະໜູນ​ທ່ານ​ລາກຮ໌ດາ ບຼາຮີ​ມີ,  ດຳ​ເນີນ​ການ​ເກ່ຍ​ໄກ່ຢ່າງ​ຕັ້ງໜ້າ, ​ແລະ​ກ່າວ​ຢ້ຳວ່າການ​ແກ້​ໄຂ​​ໂດຍ​ຜ່ານ​ຊ່ອງທາງ​ການ​ເມືອງ​ແມ່ນທາງ​ອອກຕົວ​ຈິງພຽງ​ໜຶ່ງ​ດຽວ​ຂອງ​ບັນຫາ​ຊີຣີ, ​ຫວັງ​ໃຫ້ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ​ປະຊາ​ຄົມ​ໂລກສ້າງ​ເງື່ອນ​ໄຂ​​ເອື້ອ​ອຳ​ນວຍແກ່ການ​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ຊີຣີ​ໂດຍ​ໄວ.