ທ່ານ​ສີ​ຈິ້ນ​ຜິ​ງຖະ​ແຫລ​ງຕໍ່​ທ່ານ​ຊິນ​ໂຈ ອາ​​ເບະ​ກ່ຽວ​ກັບ​ຫລັກ​ໝັ້ນຫລັກການ​​ຂອງ​ຈີນ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​​ກັບຍີ່​ປຸ່ນ

(GMT+08:00) 2013-09-06 15:05:17     cri

ວັນ​ທີ5ກັນຍາ​ນີ້,ກອງ​ປະຊຸມ​ສຸດ​ຍອດ​ຜູ້​ນໍາ​​ຈີ20ຄັ້ງ​ທີ8​ໄດ້​ຈັດ​ຂຶ້ນທີ່​ເມືອງ​ເຊັນ​ປີ​ເຕີ​ສະ​ເບີກ​ຂອງ​ລັດ​ເຊຍ.ກ່ອນຈະເປີດກອງປະຊຸມ,ທ່ານສີຈິ້ນຜິງ,ປະທານປະເທດຈີນກັບທ່ານຊິນໂຈ ອາ​​ເບະ,ນາຍົກລັດ​ຖະມົນຕີ​ຍີ່ປຸ່ນ​ໄດ້​ພົບ​ກັນ​ຢູ່​ຫ້ອງ​ວິ​ໄອ​ພີທີ່​ມີ​ຜູ້​ນໍາ​ປະ​ເທ​​ດຕ່າງໆ​ລໍ​ຖ້າ​ຢູ່.ສອງ​ຝ່າ​ຍ​ໄດ້​ໂອ້​ລົມ​ກັນ​​ເປັນ​ເວລາ​ສັ້ນ.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຖະ​ແຫລ​ງຫລັກ​ໝັ້ນ​ຫລັກການ​​​ຂອງ​ຈີນ​ໂດຍຊີ້​ອອກ​ວ່າ​​ເມື່ອມໍ່ໆ​ນີ້,ການ​ພົວພັນ​ລະຫວ່າງຈີນ​ກັບຍີ່​ປຸ່ນກໍາລັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກອັນ​ໜັກໜ່ວງ,ນີ້​ແມ່ນ​ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ບໍ່​ຢາກ​ເຫັນ.ຈີນ​ຍິນ​ດີສືບຕໍ່​ຊຸກຍູ້​ການ​ພົວພັນ​ຍຸດ​ທະ​ສາດ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ບົນ​ພື້ນຖານ​ເອກະສານ​ທາງການ​ເມືອງ4ສະບັບ​ທີ່ຈີນ​ແລະ​ຍີ່ປຸ່ນ​ໄດ້​ລົງ​ນາມ​ຮ່ວມ​ກັນ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ,ຍີ່​ປຸ່ນຄວນ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ອ່ອນ​ໄຫວ​​ໃຫ້ຖືກຕ້ອງເຊັ່ນ​ບັນຫາ​ເກາະ​ຕ້ຽວ​ຢູ​,ບັນຫາ​​ປະຫວັດສາດ​ແລະ​ອື່ນໆ​ແລະ​ສະ​ແຫວ​ງຫາ​ວິທີ​ຄວບ​ຄຸມ​ຄວາມ​ຂັດ​ແຍ່ງ​ແລ​ະ​ແກ້​ໄຂ​ບັນຫາ​ຢ່າງ​ເໝາະ​ສົມດ້ວຍ​ຈິດ​ໃຈ​ທີ່​ກ້າ​ປະ​ເຊີນ​ໜ້າ​ກັບ​ປະຫວັດ​ສາດ​ແລະ​ປິ່ນ​ໜ້າ​ໄປ​ສູ່​ອະນາຄົດ.

ທ່ານ​ຊິນ​ໂຈ ອາ​ເບະ​​ໄດ້​ກ່າວ​ວ່າ,​ຫວັງ​ຢ່າງ​ຍິ່ງ​ທີ່​ຈະ​ໄດ້ພົບ​ກັບ​ທ່ານ​ສີ​ຈິ້ນ​ຜິ​ງຢູ່​ທີ່​ນີ້​ແລະ​ຂ້າພະ​ເຈົ້າຫວັງ​ຢ່າງ​ຍິ່ງ​ທີ່​ຈະ​ປັບປຸງ​ກາ​ນພົວພັນລະຫວ່າງ​ຍີ່ປຸ່ນ​ກັບ​ຈີນ​​ໃຫ້​ດີ​ຂຶ້ນ.