ທ່ານ​ສີ​ຈິ້ນ​ຜິ​ງພົບ​ປະ​ກັບ​ທ່ານ​ບາຣັກ​ໂອ​ບາ​ມາ​

(GMT+08:00) 2013-09-07 13:49:26     cri

ຕາມ​ຂ່າວ CRI: ວັນ​ທີ 6 ກັນຍາ​ນີ້, ຢູ່​ທີ່​ແຊງ​ບີ​ເຕີ​ສບວກ​ຂອງຣັດຊ​ເຍ, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ບາຣັກ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ.

​ໃນ​ການ​ພົບ​ປະ​ທີ່​ເປັນ​ເວລາ 2 ຊົ່ວ​ໂມງ, ສອງ​ຝ່າຍ​ໄດ້​ລົງ​ເລິກແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ຢ່າງ​ກວ້າງຂວາງ​ເຊັ່ນ ບັນຫາ​ການ​ພົວພັນລະຫວ່າງ​ສອງ​ຝ່າຍ, ວຽງານ​ອາ​ຊີປາ​ຊິກ​ຟິກ, ສະຖານະ​ການ​ແຫລມ​ເກົາຫລີ, ​ບັນຫາ​ຊີຣີ​ແລະ​ບັນຫາ​ອື່ນໆ.

​ສອງ​ຝ່າຍ​ເຫັນ​ດີ​ຊອກ​ຄົ້ນ​ຈຸດ​ຮ່ວມ​ມື​ໃຫ້​ຫລາຍ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ, ​ແລະ​ກ່າວ​ວ່າ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ປະສານ​ງານ​ກັນ​ໃນ​ວຽກ​ງານ​ສາກົນ​ກໍ່​ຄື​ວຽກ​ງານ​ພາກ​ພື້ນ. ກ່ຽວ​ກັບ​ວຽກ​ງານ​ອາຊີ​ປາຊີ​ຟິກ, ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ປັດຈຸບັນ, ​ພາກ​ພື້ນ​ອາຊີ​ປາ​ຊິກ​ຟິກ​ພວມ​ປະ​ເຊີນ​ກັບ​ໂອກາດ​ທີ່​ສຳຄັນ​ທີ່​ຈະມີ​ການ​ພັດທະນາ​ຕື່ມ​ອີກ, ​ແລະ​ກໍ່​ມີ​ບັນຫາ​ຕ່າງໆ​ເຊັ່ນ​ສິດ​ແລະ​ຜົນ​ປະ​ໂຫຍ​ດ​ດ້ານ​ທະ​ເລ,​ແລະ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ເກາະດອນ. ຫວັງ​ວ່າ​ອາ​ເມ​ລິ​ກາ​ມີ​ທ່າ​ທີ​ນອກ​ຕົວ​ແລະ​ຍຸດຕິ​ທຳ​ເພື່ອ​ຊຸກ​ຍູ້​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ມີ​ການ​ກະທຳ​ຕົວ​ຈິງ, ​ແລະ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງຫນ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິ​ພາບ, ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາຊີ​ປາ​ຊິກ​ຟິກ.

ທ່ານ​ບາຣັກ ​ໂອ​ບາ​ມາ​ກ່າວ​ວ່າ, ຝ່າຍອາ​ເມ​ລິ​ກາ​ຫວັງ​ວ່າ​ອາ​ເມ​ລິ​ກາ​ກັບ​ຈີນ​ສ້າງ​ກາ​ນພົວພັນ​ຫມູ່ຮອບດ້ານ​ໃນ​ວຽກ​ງານ​ອາຊີ​ປາ​ຊິກ​ຟິກ, ຫວັງ​ວ່າ​ຝ່າຍ​ທີ່​ກ່ຽວຂ້ອງກັບບັນຫາ​ຕ່າງໆ​ນັ້ນຈົ່ງ​ປຶກສາ​ຫາລື​ກັນ​ເພື່ອແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ວຍວິທີ​ການ​ທູດ, ​ແລະ​ຍິນ​ດີ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງຫນ້າ​ໃນ​ການ​ແກ້​ໄຂ​ບັນຫາ​ເຫລົ່າ​ນີ້.

ກ່ຽວ​ກັບ​ບັນຫາ​ຊີຣີ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ການ​ແກ້​ໄຂ​​ໂດຍ​ທາງ​ການ​ເມືອງ​ແມ່ນ​ທາງອອກ​ພຽງ​ເສັ້ນ​ດຽວ​ທີ່​ຖືກຕ້ອງ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ​ຍິນ​ດີ​ຮັກສາ​ການ​ແລກປ່ຽນ​ກັນ​ກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ບັນຫາ​ນີ້.