ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ໄປ​ຮອດ​ອັສຕານາ ​ເພື່ອ​ຢ້ຽມຢາ​ທາງ​ລັດຖະກິດ​ຕໍ່ກາ​ຊັກ​ສະຖານ​

(GMT+08:00) 2013-09-07 14:08:12     cri


(ທ່ານນາຈາບາເຢຟ ປະທານາທິບໍດີກາຊັກສະຖານຕ້ອນຮັບທ່ານສີຈິ້ນຜິງທີ່ໄປຢ້ຽມຢາມທາງລັດຖະກິດ)


 

ວັນ​ທີ 6 ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເດີນທາງ​ໄປ​ຮອດ​ນະຄອນຫລວງ​ອັສຕານາ,​ເລີ່​ມຢ້ຽມຢາມ​ທາງ​ລັດຖະກິດ​ຕໍ່ກາ​ຊັກ​ສະຖານ​.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ຈີນ​ກັບ​ກາ​ຊັກ​ສະຖານ​ແມ່ນ​ປະ​ເທດ​​ໃກ້ຄຽງ​ທີ່​ສຳ​ຄັນ​​ແລະ​ກໍ່​ແມ່ນ​ຫມູ່ຄູ່​ຍຸດ​ທະ​ສາດ​ຮອບດ້ານ.​ເຊື່ອ​ວ່າການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ເພີ່ມ​ພະລັງ​ແຮງ​​ໃຫມ່​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍຈີນ​ກາ​ຊັກ​ສະຖານ.
ທ່ານ​ສີ​ຈິ້ນ​ຜິ​ງຍັງ​ຈະ​ຢ້ຽມຢາ​ມທາງ​ລັດຖະກິດ​ຕໍ່​ອຸສ​ເບ​ກີ​ສະຖານ​ແລະ​ກຽດ​ກີ​ຊີ​ສະຖານ​​ແລະ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 13 ຂອງ​ສະພາ​ມົນຕີ​ປະມຸກ​ລັດ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ.