ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 10​ ແລະກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ​ອາ​ຊຽນ​ໄດ້​ອັດ​ລົງ

(GMT+08:00) 2013-09-07 15:36:25     cri

ຕາມ​ຂ່າວ cri: ວັນ​ທີ 6 ກັນຍາ​ນີ້, ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 10 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ​ອາ​ຊຽນ​ທີ່ດຳ​ເນີນ​ເ​ປັນ​ເວລາ 4 ມື້ໄດ້​ອັດ​ລົງ​ແລ້ວ​ຢູ່​ນານ​ນິງ ​​ເທດ​ສະບາ​ນເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວາງ​ກວາງຊີ​ຈີນ. ​ໃນ​ກອງ​ປະຊຸມຂ່າວ, ທ່ານ​ເຈິ້ງ​ຈຸ່ນ​ຈ້ຽນ ຫົວໜ້າ​ຄະນະ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ກ່າວວ່າ, ກິດຈະກຳ​ຕ່າງໆຂອງ​ງານ​ທີ່​ຄຶກ​ຄື້ນ​ໃຫຍ່​ໂຕ​ຄັ້ງ​ນີ້​ໄດ້​ສຳ​ເລັດລົງ​ຢ່າງ​ງົດ​ງາມ, ​​ໄດ້​ບັນ​ລຸ​​ເປົ້າ​ໝາຍ​ຕາມ​ຄາດໝາຍ.

ທ່ານ​ເຈິ້ງ​ຈຸ່ນ​ຈ້ຽນກ່າວ​ວ່າ, ງານ​ວາງສະ​ແດງ​ຄັ້ງ​ນີ້​ທັງ​ໝົດ​ມີ ຜູ້​ນຳ​ຈີນ​ແລະ​ປະ​ເທດ​ອາ​ຊຽນ 13 ທ່ານ​ເຂົ້າ​ຮ່ວມ, ຜູ່​ນຳ​ບັນດາ​ປະ​ເທດ​ຕີ​ລາຄາ​ສູງ​ຕໍ່​ຜົນຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ 10ປີ​ທີ່​ຜ່ານ​ມາ, ​ໄດ້​ສະ​ເໜີ​ອອກ​ເປົ້າ​ໝາຍ​ພັດທະນາ​ໃນ​ອະນາຄົດ; ບົນ​ພື້ນຖານ​ທີ່​​ເຮັດ​ວຽກ​ທາງ​ດ້ານການ​ລົງທຶນ​ການ​ຄ້າ​ບໍລິການ​​ແລະ​ວຽກ​ງານ​ອື່ນໆເປັນ​ຢ່າງ​ດີ, ງານ​ວາງສະ​ແດງ​ຍັງຂະຫຍາຍຕົວ​ຮອດ​ຫຼາຍ​ຂົງ​ເຂດ​ຕື່ມ​ອີກ​ຄື​ການເຊື່ອມ​ຕໍ່​ກັນ​ໃນ​ພື້ນຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ເທິງ​ທະ​ເລ, ການ​ຮ່ວມ​ມື​​ໃນເຂດອຸດສາຫະກຳກຳ, ການ​ຮ່ວມ​ມື​ທາງການ​ທະນາຄານ, ການ​ຮ່ວມ​ມື​ທາງວິທະຍາສາດ​ເຕັກນິກ, ການ​ແລກປ່ຽນ​​ວັດທະນະທຳເປັນ​ຕົ້ນ; ງານ​ວາງສະ​ແດງ​ຍັງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຕົວ​ເມືອງ ​ເຂດ​ປົກຄອງ​ຕົນ​ເອງແຂວງ​​ຕ່າງໆແລະ​ເຂດ​ຮົງ​ກົງ​ ​ເຂດມາ​ກາວ​ແລະ​​ເຂດໄຕ້​ຫວັນ​ຂອງ​ຈີນກັບ​ອາ​ຊຽນ.

ທ່ານ​ເຈິ້ງ​ຈຸ່ນ​ຈ້ຽນກ່າວ​ວ່າ, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສຂອງ​ງານວາງສະ​ແດງສິນຄ້າ​ຈີນ​ອາ​ຊຽນຕົກລົງວ່າ, ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 11 ຈະ​ຈັດ​ຂຶ້ນ​ຢູ່ນານ​ນິງ ກວາງ​ຈີ​ໃນ​ວັນ​ທີ 19 ຫາ​ວັນ​ທີ 22 ກັນຍາ​ປີ 2014, ສິງ​ກະ​ໂປ​ໄດ້ຮັບຮອງ​ວ່າ​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​ຂອງ​ງານ​ວາງສະ​ແດງ​ສິນຄ້າຈີນ​ອາ​ຊຽນ​ຄັ້ງ​ທີ11.