ທ່ານ​ສີ​ຈິ້ນ​ຜິ​ງພົບປະ​ເຈລະຈາ​ກັບ​ທ່ານ​ນາ​ຈາ​ບາ​ເຢຟ

(GMT+08:00) 2013-09-08 13:51:55     cri

ວັນ​ທີ 7 ກັນຍາ​ນີ້, ຢູ່​ທີ່​ນະຄອນຫລວງ​ອັສຕານາ​,ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາ​ຈາ​ບາ​ເຢຟ, ປະທານາທິບໍດີ​ກາ​ຊັກ​ສະຖານ.ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ສະຫລຸບ​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ກາ​ຊັກ​ສະຖານ, ​ໄດ້​ວາງ​ແຜນ​ໃຫ້ການ​ຮ່ວມມື​ໃນ​ອະນາຄົດ​ຢ່າງຮອບດ້ານ, ​ແລະ​ໄດ້​ມີ​​ເຫັນ​ເປັນ​ເອກະ​ພາບ​ກັນ​ທີ່​ສຳຄັນ​ແລະ​ກວ້າງຂວາງ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ພົວພັນ​ຫມູ່​ຄູ່ຍຸດ​ທະ​ສາດ​ຮອບດ້ານຈີນ​ກາ​ຊັກ​ສະຖານ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ການ​ພົວພັນ​ຫມູ່​ຄູ່​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ກາ​ຊັກ​ສະຖານ​ແມ່ນ​ແບບຢ່າງຂອງ​ໄມຕີ​ຈິດ​ມິດຕະພາບ​ຖານ​ປະ​ເທດ​ໃກ້​ຄຽງ ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.ການ​ຂະຫຍາຍ​ມິດຕະພາບ​ແລະ​ການ​ຮ໋ວມມື​ກັບ​ກາ​ຊັກ​ສະຖານ​ແມ່ນ​ວຽກ​ງານ​ບູລິ​ມະ​ສິດ​ຂອງ​ການ​ຕ່າງປະ​ເທດ​ຈີນ. ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ກາ​ຊັກ​ສະຖານ​ພະຍາຍາມ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ໄປ​ສູ່​ເປົ້າ​ຫມາຍ​ທີ່​ມີ​ລະດັບສູງ​ກວ່າ​ເກົ່າ, ​ແລະ​ໄດ້​ຮັບ​ຫມາກຜົນ​ອັນ​ອຸດົມ​ສົມບູນ,​ເພື່ອ​ຮັບ​ໃຊ້​ວຽກ​ງານພັດທະນາ​ແລະ​ສ້າ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ​ໃຫ້​ດີກ​ວ່າ​ເກົ່າ, ​ແລະ​ປະກອບສ່ວນ​ຫລາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ສັນຕິພາບ​ແລະ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ຂອງ​ພາກພື້ນ​ແຫ່ງ​ນີ້.

ປະມຸກ​ລັດ​ສອງ​ປະ​ເທດ​ເຫັນ​ວ່າ, ​ໃນ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດ​ໃຈກາງ​ແລະ​ບັນຫາ​ທີ່​ຝ່າຍ​ກົງກັນຂ້າມ​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ​ນັ້ນ, ຕ້ອງ​ຍຶດຫມັ້ນ​ໃຫ້ການສະຫນັບສະຫນູນ​ເຊິ່ງກັນ​​ແລະ​ກັນ,​ນີ້​ແມ່ນ​ທາດ​ແທ້​ຂອງ​ການ​ພົວພັນ​ຫມູ່​ຄູ່​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ກາ​ຊັກ​ສະຖານ.ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮັກສາ​ການ​ແລກປ່ຽນ​​ແລະ​ປະສານ​ງານ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ບັນຫາ​ສຳຄັນ​ຕ່າງໆ.

ປະມຸກ​ລັດ​ສອງ​ປະ​ເທດ​ກ່າວ​ເນັ້ນ​ວ່າ, ສອງ​ປະ​ເທດ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ພະລັງງານ​ທີ່​ເປັນ​ເວລາ​ຍາວ​ນານ, ຫມັ້ນທ່ຽງ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້.ສອງ​ຝ່າຍ​ຕ້ອງ​ພົວພັນ​ກັບ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ຕົນ​ເອງ, ປັບປຸງ​ອົງ​ປະກອບ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ, ​ແລະ​ຊຸກ​ຍູ້​ໃຫ້ການ​ຄ້າ​ມີ​ຫລາຍ​ຮູບ​ຫລາຍ​ແບບ.

ປະ​ມຸກ​ລັດ​ສອງ​ປະ​ເທດ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສຳຄັນ​ໃນ​ສາກົນ​ແລະ​ພາກ​ພື້ນ.

ຫລັງ​ຈາກ​ໄດ້​ພົບ​ປະ​ເຈລະຈາກັນ​ແລ້ວ, ປະມຸກ​ລັດທັງ​ສອງ​ທ່ານ​ໄດ້ລົງ​ນາມ​ໃນ​ຖະ​ແຫລ​ງການ​ຮ່ວມ​ລະຫວ່າງ​ຈີນ​ກາ​ຊັກ​ສະຖານ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ພົວພັນ​ຫມູ່ຄູ່​ຍຸດ​ທະ​ສາດ​ຮອບດ້ານ​ຕື່ມ​ອີກ.