ເຂດ​ກວາງຊີ​ຂອງ​ຈີນ​ເລັ່ງລັດ​ການ​ເຊື່ອມ​ຕໍ່​ກັບ​ອາ​ຊຽນທາງ​ດ້ານ​ທາງ​ລົດ​ໄຟ

(GMT+08:00) 2013-09-08 13:54:15     cri

​ເຂດປົກຄອງ​ຕົນ​ເອງ​ເຜົ່າຈວ້າງກວາງຊີ​ຕັ້ງ​ຢູ່​ພາກ​ໃຕ້​ຂອງ​ຈີນ,ມີ​ແຄມ​ທະ​ເລ, ​ແຄມ​ນ້ຳ​ແລະ​​ເຂດ​ຊາຍ​ແດນ​ກັບປະ​ເທດ​ອາ​ຊຽນ, ​ເຊິ່ງ​ເປັນ​ທ່າ​ແຮງ​ດ້ານ​ພູມ​ສັນຖານ​ທີ່ມີ​ເອກະລັກ​ພິ​ເສດ, ​ເຂດ​ກວາງຊີ​ພວມ​ພະຍາຍາມ​ກໍ່ສ້າງ​ທາງ​ລົດ​ໄຟ​ເພື່ອ​ເຊື່​ອມຕໍ່​ກັບ​ອາ​ຊຽນ,​ເຊິ​ງ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

​ເມືອງ​ຜິ​ງຊຽງ​ທີ່​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ຈີນ​ຫວຽດນາມ​ຫ່າງ​ຈາກ​ນະຄອນຫລວງ​ຮ່າ​ໂນ​ຍຂອງ​ວຽດນາມ​ພຽງ​ 167 ກິ​ໂລ​ແມັດ, ວັນ​ທີ 14 ກຸມພາ​ປີ 1996, ຈີນ​ແລະ​ຫວຽດນາມ​ໄດ້​ຟືນ​ຟູ​ການ​ຂົນ​ສົ່ງ​ສິນຄ້າ​ສາກົນ.

ມາ​ຮອດ​ປັດຈຸບັນ, ກົນ​ຈັກ, ​ເຫລັກ​ກ້າ, ວັດສະດຸ​ສິ່ງ​ກໍ່ສ້າງ, ຝຸ່ນ​ເຄມີ​ແລະ​ສິນຄ້າ​ອື່ນໆ​ທີ່​ຈີນ​ສົ່ງ​ອອກ​​ໄປຫວຽດນາມ​ແລະ​ສິນຄ້າ​ທີ່​ຈີນ​ນຳ​ເຂົ້າ​ຈາກ​ຫວຽດນາມ​ຄື:ບໍ່​ແຮ່, ຜະລິດ​ຕະພັນ​ກະສິກຳ​ເປັນ​ຕົ້ນ​ໄດ້​ຖືກ​ຂົນ​ສົ່ງ​ໄປມາ​ຢູ່​ຕາ​ທາງ​ລົດ​ໄຟ​ຜິ​ງຊຽງ, ສະຖານີ​ລົດ​ໄຟ​ຜິ​ງຊຽງ​​ແຕ່​ລະ​ມື້​ມີ​ລົດ​ໄຟຂົນ​ສົ່ງ​ສິນຄ້າ 3 ຂະ​ບວນ​​ແລ່ນ​ຂ້າມ​ຊາຍ​ແດນ, ​ແຕ່ລະ​ປີ, ສິນຄ້າ​ທີ່​ສົ່ງ​ອອກ ​ນັ້ນ​ມີ​ເຖິງ 5 ​ແສນ​ໂຕນ.​ເມືງ​ຜິ​ງຊຽງ​ໄດ້​ກາຍ​ເປັນດ່ານຊາຍ​ແດນ​ທາງບົກ​ທີ່​ໃຫຍ່​ທີ່​ສຸດຢູ່​​ເຂດ​ຊາຍ​ແດນ​ພາກ​ໃຕ້​ຂອງ​ຈີນ​ທີ່​ມີ​ການ​ຄ້າ​ກັບ​ຫວຽດນາມ.

​ພ້ອມ​ກັນ​ນັ້ນ, ທາງ​ລົດ​ໄຟ​ຢູ່​ທ່າ​ກຳ​ປ່ັນ​ອ່າວ​ເປີ​ຍປູ້​ກໍ່​ມີ​ການ​ພັດທະນາ​ຢ່າງ​ຮຸ່ງ​​ເຮືອງ ​ເຊິ່ງຖືກ​ເອີ້​ນ​ເປັນ​ເສັ້ນທາງ​ສາຍ​ໄຫມ​ເທິງ​ທະ​ເລ.ອ່າວ​ເປີ​ຍປູ້​ຂອງ​ເຂດກ​ວາງ​ຊີ​ແມ່ນ​ຊ່ອງ​ທາງ​ຫນຶ່ງ​ທີ່​ມີ​ຄວາມ​ສະດວກ​ທີ່​ສຸດ​ທີ່​ອອກ​ສູ່​ທະ​ເລ​ພາກ​ຕາ​ເວັນ​ສຽງ​ໃຕ້.​ເດືອນ​ທັນວາ​ປີ 2009, ​ເມື່ອ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຂອງ​ຈີນ, ທ່າ​ກຳ​ປັ່ນ​ເປີ​ຍຫາຍ, ທ່າ​ກຳ​ປັ່ນ​ສິ່ງ​ໂຈ່​ວ, ທ່າ​ກຳ​ປັ່ນ​ຟາງ​ເສີງ​ໄດ້​ປະກອບ​ເປັນ​ທ່າ​ກຳ​ປັ່ນ​ອ່າວ​ເປີ​ຍປູ້, ​ເຮັດ​ໃຫ້ທ່າ​ກຳ​ປັ່ນ​ເຂດ​ກວາງ​ຊີ​ມີ​ການ​ພັດທະນາ​ອັນ​ໃຫມ່.

ສຳລັບ​ທາງ​ລົດ​ໄຟ​ແຕ່​ເມືອງ​ເຕີປາວ​ຫາ​ເມືອງ​ຈິ້ນ​ຊີ​ຂອງ​ເຂດ​ກວາງຊີ​​ໄດ້​ສ້າງ​ສຳ​ເລັດ​ເລີ່​ມບໍລິການ​ການ​ໃນ​ວັນ​ທີ 18 ພຶດສະພາ​ປີ 2013 ນີ້​ກໍ່​ໄດ້​ເປີດ​ທາງ​ລົດ​ໄຟ​ສາຍ​ໃຫມ່​ໃຫ້​ແກ່​ການ​ໄປມາຫາສູ່​ກັນ​ດ້ານ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ອັນ​ໄດ້​ປະກອບ​ເປັນ​ຊ່ອງ​ທາງ​ຂົນ​ສົ່ງ​ສິນຄ້າ​ສາກົນ​ອີກ​ສາຍ​ຫນຶ່ງ​ລະຫວ່າງ​ເຂດ​ກວາງຊີ​ກັບ​ອາ​ຊຽນ.