ທ່ານ​ຫຼິນ​ອີ້​ຟູ່ກ່າວ​ວ່າ, ຈີນ​ຍັງ​ມີ​ກຳລັງ​ບົ່ມ​ຊ້ອນ​ທີ່​ເສດຖະກິດຈະ​ເຕີບ​ໂຕ 8% ​​ໃນອີກ 20 ປີ​ຕໍ່ໜ້າ

(GMT+08:00) 2013-09-09 18:53:26     cri
ວັນ​ທີ 8 ກັນຍາ​ນີ້​ໃນ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ລົງທຶນ​ສາກົນ​ປີ 2013 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​​ເຊ້ຍ​ເໝີ​ນ, ທ່ານ​ຫຼິນ​ອີ້​ຟູ່, ນັກ​ເສ​ດຖະສາດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ກ່າວ​ວ່າ, ຈີນຍັງ​ມີ​ກຳລັງ​ບົ່ມ​ຊ້ອນ​ທີ່​ເສດຖະກິດ​ເຕີບ​ໂຕ 8% ​​ໃນອີກ 20 ປີ​ຕໍ່ໜ້າ, ​ແລະ​ອາດ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​​ຮັບ​ສູງ​​ເມື່ອຮອດ​ປີ 2020.

ທ່ານ​ຫຼິນ​ອີ້​ຟູ່ກ່າວ​ວ່າ, ກົນ​ໄກກຳລັງ​ແຮງ​ພື້ນຖານ​ທີ່​ເຮັດ​ໃຫ້​ເສດຖະກິດ​ເຕີບ​ໂຕ​ຢູ່​ນຳ​ການ​ປະດິດ​ສ້າງ​ໃໝ່​ດ້ານ​ເຕັກ​ໂນ​ໂລ​ຊີແລະ​ຂະ​ແໜງ​ການ​ຕ່າງໆ​ໄດ້​ຍົກ​ລະດັບ​ຢ່າງ​ບໍ່​ຢຸດ​ຢັ້ງ. ບົນ​ພື້ນຖານ​ລະດັບ​ການ​ພັດທະນາ​ໃນ​ປັດຈຸບັນ, ກຳລັງ​ບົ່ມ​ຊ້ອນ​ດ້ານການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ຈະ​ເຮັດ​ໃຫ້​ເສດຖະກິດ​ຈີນ​ມີ​ການ​ເຕີບ​ໂຕ​ລະດັບ 8% ​ໃນ​ອີກ 20 ປີ​ຕໍ່ໜ້າ. ພຽງ​ແຕ່​ສືບ​ຕໍ່​ລົງ​ເລິ​ກການປະຕິ​ຮູບ​ເປີດ​ປະຕູ​ສູ່​ພາຍ​ນອກ, ​ແລະຂຸດຄົ້ນ​ກຳລັງ​ບົ່ມ​ຊ້ອນ​ການ​ເຕີບ​ໂຕ​ຂອງເສດຖະກິດ​ເຕີບ​ໂຕ, ຈັງຫວະ​ການ​ເຕີບ​ໂຕ​ດັ່ງກ່າວ​ແມ່ນ​ສາມາດ​ບັນ​ລຸ​ຜົນ​ເປັນ​ຈິງ​ໄດ້.

ທ່ານ​ຫຼິນ​ອີ້​ຟູ່ກ່າວ​ວ່າ, ນີ້​ກໍ​ໝາຍ​ຄວາມ​ວ່າ​ຮອດ​ປີ 2020, ລະດັບ​ລາຍ​ຮັບ​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ຈີນ​ອາດ​ຈະ​ບັນລຸ 12,700 ​ໂດ​ລາ, ຕາມ​ຕົວ​ເລກ​ຄາດໝາຍ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຫຼື​ທະນາຄານ​ໂລກ, ປະ​ເທດ​ໃດ​ໜຶ່ງ​ຖ້າວ່າ​ລາຍ​ຮັບ​ສະ​ເລ່ຍຕາມ​ຫົວ​ຄົນ​ບັນລຸ 12,700 ​ໂດ​ລາ​ກໍ່​ແມ່ນ​ປະ​ເທດ​ທີ່​ມີລາຍ​ຮັບ​ສູງ, ສະ​ນັ້ນ​ຮອດ​ປີ 2020 ຈີນ​ອາດ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ.