ພັກຝ່າຍ​ຄ້ານ​ກຳປູ​ເຈຍ​ປະຕິ​ເສດ​ບໍ່​ຮັບຮອງ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ

(GMT+08:00) 2013-09-09 16:36:06     cri
ຕາມ​ຂ່າວCRI: ຜົນ​ການ​ເລືອກ​ຕັ້ງ​ຢ່າ​ງ​ເປັນ​ທາງ​ການ​ທີ່​ປະ​ກາດ​ໂດຍຄະນະ​ກຳມະການ​ເລືອກ​ຕັ້ງທົ່ວ​ປະ​ເທດກຳປູ​ເຈຍ​ໃນ​ວັນ​ທີ8ກັນຍາ​ນີ້​​ທີ່ເປັນ​ເອກະ​ສັນ​ກັນ​ກັບ​ຜົນ​ທີ່​ຖືກ​ປະກາດ​ໄປ​​ໃນ​ເມື່ອ​ກ່ອນ. ພັກ​​ກູ້​ຊາດ​​ກຳປູ​ເຈຍ​ເຊິ່ງ​ເປັນພັກ​ຝ່າຍ​ຄ້ານກຳປູ​ເຈຍປະກາດ​ໃນ​ວັນ​ທີ8ກັນຍາ​ນີ້​ວ່າ​ຕົນ​ຈະປະຕິ​ເສດ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປຢ່າງ​ເປັນ​ທາງການ​ທີ່​ປະກາດ​ໂດຍ​ຄະນະ​ກຳມະການ​ເລືອກ​ຕັ້ງທົ່ວ​ປະ​ເທດ, ກ່າວ​ວ່າ​ຈະຮຽກຮ້ອງ​ໃຫ້​ຈັດ​ການແຫ່​ຂະ​ບວນປະ​ທ້ວງຂະໜາດ​ໃຫຍ່ຫຼາຍ​ມື້​ລຽນຕິດ, ​​ເພື່ອ​ເປັນ​ການ​ຕໍ່ຕ້ານ​ກັບ​ການ​ສ້າງ​ຕັ້ງລັດຖະສະພາ​ຊຸດໃໝ່.

ທ່ານ​ເຄັມ ​ໂສ​ຄາ, ຮອງ​ປະທານ​ພັກ​ກູ້​ຊາດ​ກຳປູ​ເຈຍ​ກ່າ​ວວ່າ, ນັບ​ແຕ່​ວັນ​ທີ15ກັນຍາ​ນີ້​ເປັນ​ຕົ້ນ​​ໄປ, ພັກ​ກູ້​ຊາດ​ຈະ​ຈັດການ​ແຫ່​ຂະ​ບວນປະ​ທ້ວງ​​ໂດຍ​ສັນຕິ​​ເປັນ​ເວລາ3ມື້​ລຽນຕິດ, ພ້ອມ​ກັນ​ນັ້ນ​ພັກ​ກູ້​ຊາດ​ຈະ​ຂວ້ຳ​ບາດ​ການ​ສ້າງ​ຕັ້ງ​ລັດຖະສະພາ​ຊຸດ​ໃໝ່.

ທ່ານ​ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າວ​​ໃນ​ກ່ອນ​ໜ້າ​ນີ້​ວ່າ, ​ໃນ​ໄລຍະ60ມື້​ພາຍຫຼັງການ​ເລືອກ​ຕັ້ງທົ່ວ​ໄປ, ​ສົມ​ເດັນ ​ໂນ​ໂຣດົມ ສີຫະ​ໂມ​ນີມະຫາ​ກະສັດ​ກຳປູ​ເຈຍຈະ​ຮຽກ​ໄຂ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ລັດຖະສະພາ​ຊຸດ​ໃໝ່, ຖ້າວ່າ​ສະມາຊິກ​ຂອງ​ພັກ​ຝ່າຍ​ຄ້ານ​ບໍ່​ເຂົ້າ​ຮ່ວມ, ກໍໝາຍ​​​ເຖິງ​ການຕໍ່ຕ້ານ​ມະຫາ​ກະສັດ​ແລະ​ປະລະ​ທີ່​ນັ່ງ, ​ໃນ​ສະພາ​ແລະຄະນະ​ກຳມະການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຈະ​​ເອົາ​ທີ່​ນັ່ງ​ທີ່​ຖືກ​ປະລະ​ດັ່ງກ່າວແບ່ງ​ໃຫ້​ພັກ​ການ​​ເມືອງ​ອື່ນໆ​ທີ່​ໄດ້​ຮັບ​ທີ່​ນັ່ງ.