ຍົນ​ກອງທັບ​ເຮືອ​ຈີນ​ມີ​ເສລີພາບໃນ​ການບິນ​ຜ່ານ​ມະຫາ​ສະໝຸດປາຊີ​ຟິກຕາ​ເວັນ​ຕົກ

(GMT+08:00) 2013-09-09 16:36:51     cri
ກ່ຽວ​ກັບ​​ສື່​ມວນ​ຊົນ​ຍີ່ປຸ່ນ​ລາຍ​ງານ​​ວ່າ, ຍົນ​ຖິ້ມ​ລະ​ເບີດH-6ສອງ​ລຳ​ຂອງ​ກອງທັບ​ຈີນ​ໄດ້​ບິນ​ຜ່ານ​​ເທິງ​ອາກາດ​ຂອງ​ເຂດ​ທະ​ເລ​ລະຫວ່າງ​ເກາະ​ຕົ້ນຕໍ​ຂອງ​ໝູ່​ເກາະໂກ​ຄີ​ນາວາ​ເຄັນ​ແລະ​ເກາະ​ມີ​ຢາ​ໂຄ​ມາ​ຊີ, ວັນ​ທີ9ກັນຍາ​ນີ້, ກົມ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນຕອບ​​ໂຕ້ວ່າ, ຫວ່າງ​ມໍ່ໆ​ນີ້ຍົນ​ກອງທັບ​ເຮືອ​​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​​ໄປຝຶກ​ຊ້ອມ​ຢູ່​ມະຫາ​ສະໝຸດ​ປາຊິ​ຟິກຕ​າ​ເວັນ​ຕົກ​, ​ແມ່ນ​ການຈັດ​ວາງ​​ເປັນ​ປະຈຳ​ໃນ​ແຜນການ​ປະຈຳ​ປີ, ບໍ່​​ໄດ້ແນ​ໃສ່​ປະ​ເທດ​ແລະ​ເປົ້າ​ໝາຍ​​ໃດໆ​ທີ່​ໄດ້​ກຳນົດ​ໄວ້​ກ່ອນ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ​ແລະ​ການ​ປະຕິບັດ​ຕົວ​ຈິງ​​ໃນສາກົນ.

ກົມ​ການຂ່າວ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນກ່າວຕື່ມ​ວ່າ, ຈີນ​ມີສິດ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ທີ່​ບິນ​ຜ່ານເຂດທະເລທີ່ກ່ຽວຂ້ອງ. ໃນຕໍ່ໜ້ານີ້ກອງທັບຈີນຍັງຈະຈັດການເຄື່ອນໄຫວທີ່ຄ້ານ​ຄື​ກັນ​ນີ້​ຕາມ​​ແຜນການ​ທີ່​ວາງ​ໄວ້.