ມາ​ເລ​ເຊຍ​ອອກ​ຄໍາ​ສັ່ງໃຫ້​​ອົງການ​ຕ່າງໆ​ຂອງ​ລັດຖະບານ​ພະຍາຍາມ​ປະຕິບັດ​ການ​ປະ​ຢັດ

(GMT+08:00) 2013-09-09 14:23:39     cri

ໄລຍະ​ບໍ່​ດົນ​ນີ້​,ຫລັງ​ຈາກ​ໄດ້ດໍາ​ເນີນ​ການ​ສໍາ​ຫລວດ​ຕົນ​ເອງ​ດ້ານ​ການ​ປະຕິບັດ​ໂຄງການ​ໃຫຍ່​ແລະ​ການ​ຕັດ​ຈໍານວນເງິນ​ອຸດ​ໜູນທາງ​ດ້ານ​ນໍ້າມັນ​​ເຊື້ອ​ໄຟລົງ,ລັດຖະບານ​ມາ​ເລ​ເຊຍ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ອົງການ​ຕ່າງໆ​ຂອງ​ລັດຖະບານ​ຕ້ອງ​ພະຍາຍາ​ມປະຕິ​ບັດ​ການ​ປະຢັດ​ເພື່ອຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ປັດຈຸບັນ.

ທ່ານ​ອາລີ ຮາມ​ຊາ,​ຫົວໜ້າເລຂາ​​​ຂອງ​ລັດ​ຖະບານ​ມາ​ເລ​ເຊຍ​ກ່າວ​ວ່າ,​ເຈົ້າ​ໜ້າ​ທີ່​ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ຜູ້​ນໍາ​ຂອງ​​ອົງການ​ຕ່າງໆ​ລັດຖະບານ,ຕ້ອງ​​ປະຕິບັດ​ມາດ​ຕະການດ້ານ​ການ​​ເງິນ​ຢ່າງ​ຮັດກຸມ​ທັນ​ທີ​ເຊິ່ງລວມທັງ​ການ​ສໍາ​ຫລວດລະບຽບ​ການຂອງ​ການ​ຄຸ້ມ​ຄອງ​ແລ​ະການ​ບໍລິຫານ​ໃນ​ປັດຈຸບັນ.ທ່ານ​ກ່າວ​ວ່າ,ລັດຖະບານ​ໄດ້​ປະຕິບັດ​ມາດ​ຕະການ​ດັ່ງກ່າວ​ຫລັງ​ຈາ​ກ​ໄດ້​ຕັດ​ຈໍານວນ​ເງິນ​ອຸດ​ໜູນ​ດ້ານ​ນໍ້າມັນ​ເຊື້ອ​ໄຟລົງ ​​ເຊິ່ງໄດ້​ສ​ະ​ແດງ​ໃຫ້​ເຫັນ​ວ່າ​ລັດ​ຖະບານບໍ່ພຽງ​ແຕ່​ຮຽກຮ້ອງ​ໃຫ້​ປະຊາຊົນ​ປະຕິບັດ​ການ​ປະ​ຢັດ​ເທົ່າ​ນັ້ນ,​ແຕ່ຍັງ​ຮຽກຮ້ອງ​​​ໃຫ້ອົງການ​ຕ່າງໆ​ຂອງ​ຕົນ​ເອງ​​ພະຍາຍາມເພີ່ມ​ລາຍ​ຮັບ​ຂຶ້ນ​ແລະປະຢັດ​ລາຍ​ຈ່າຍ​ລົງຕື່ມ​ອີກ​ເຊັ່ນ​ກັນ.