ຕະຫລາດ​ຈະ​​ເລີ​ນຂຶ້ນ​​ໃໝ່​ກໍາລັງ​ກາຍ​ເປັນ​ຈຸດ​​ເຕີບ​ໂຕໃໝ່ຂອງ​ການທ່ອງທ່​ຽວຈີນ

(GMT+08:00) 2013-09-09 16:29:02     cri

ສະພາບຂອງ​ຕະຫລາດ​ແຫ​ລ່ງນັກ​ທ່ອງ​ທ່ຽວ​ທີ່​ສໍາຄັນ​ຂອງ​ເດືອນ​ກໍລະກົດ​ປີ2013ທີ່​ກົມ​ທ່ອງ​ທ່ຽວ​​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ຫລ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ໄລຍະ​ທີ່​ຈໍານວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ຽວ​ຈີນ​ຈາກ​​ປະ​ເທດ​ທີ່​ຈະ​ເລີ​ນ​ເຊັ່ນ​​ເອີລົບ,ອາ​ເມ​ລິ​ກາ,ຍີ່​ປຸ່ນ,ອົດສະຕຣາລີ​ແລະ​ອື່ນໆ​​ເຊິ່ງສ່ວນ​ຫລາຍໄດ້​ຕົກ​ຢູ່​ໃນ​ສະພາບ​ທີ່​ຕົກຕໍ່າລົງ,​ແຕ່ນັກ​ທ່ອງ​ທ່ຽວ​ຈາກ​ອິນ​ເດຍ,ຫວຽດນາມ,​​ໄທ​ແລະ​ອື່ນໆ​​ທີ່​ມາ​ທ່ຽວ​ຈີນໄດ້​ສືບຕໍ່ມີ​ທ່າ​ອ່ຽງທີ່​ເຕີບ​ໂຕ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ,ປະ​ເທດຕະຫລາດ​ຈະ​​ເລີ​ນຂຶ້ນ​​ໃໝ່​ກໍາລັງ​ກາຍ​ເປັນ​ກໍາລັງ​ຊຸກຍູ້​ໃໝ່​ຂອງ​ການທ່ອງ​ທ່ຽວ​ຈີນ.

ຂໍ້​ມູນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ເດືອນ​ກໍລະກົດ​ປີນີ້,ຈໍານວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມທີ່​ມາ​ທ່ຽວ​ຈີນ​ໄດ້​ເພີ່ມ​ຂຶ້ນ13.86%,ໄທ​ໄດ້​ເພີ່ມ​ຂຶ້ນ11.29%,ອິນ​ເດຍ​ໄດ້​ເພີ່ມ​ຂຶ້ນ10.7%,ຕ່າງ​ກໍ​ໄດ້​ມີ​ການ​ເພີ່​ມຂຶ້ນ​​ເຖິງສອງ​ຕົວ​ເລກ.ສະ​ເພາະເດືອນ​ມັງກອນ​ຫາ​ເດືອນ​ກໍລະກົດ​ປີ​ນີ້,ນັກ​ທ່ອງ​ທ່ຽວ ​ຫວ​ຽດນາ​ມ​​ທີ່​ມາ​ທ່ຽວ​ຈີນໄດ້​ເພີ່​ມຂຶ້ນ17.76%,ນັກ​ທ່ອງ​ທ່ຽວອິນ​ເດຍ​ທີ່​ມາ​ທ່ຽວ​ຈີນໄດ້​ເພີ່ມ​ຂຶ້ນ13.73%.