ຄວາມ​ສາມາດ​ແຂ່ງຂັນ​ຂອງ​ສິງກະ​ໂປ​ສືບຕໍ່ຢູ່​​ໃນ​ອັນ​ດັບ​ທີ2ຂອງ​ໂລກ

(GMT+08:00) 2013-09-09 16:46:45     cri

​ເມື່ອ​ບໍ່​ດົນ​ມາ​ນີ້,ເວທີ​ປຶ​ກສາ​ຫາລື​ເສດ​ຖະກິດ​ໂລກ​ໄດ້​ປະກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ສາມາດ​ແຂ່ງຂັນ​ທົ່ວ​ໂລກ​ສະບັບຫລ້າ​ສຸດ​,ສິງກະ​ໂປ​​ພຽງ​ແຕ່​ຮອງ​ຈາກ​ສະ​ວິດ,ຈັດ​ຢູ່​ອັນ​ດັບ​ທີ2ຢ່າງ​ລຽນ​ຕິ​ດ​ເປັນ​​ເວລາ3ປີຊ້ອນ​.

​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ໄດ້​ຈັດ​ມາດຕະຖານ12ລາຍການ​​ໃນ​ການ​​ປະ​ເມີນຄວາມ​ສາ​ມາດ​ແຂ່ງຂັນ​ຂອງ​ປະ​ເທດ​ຕ່າງໆ​ເພື່ອ​ລຽງ​ລໍາດັບ​ລາຍ​ນີ້​ເຊິ່ງລວ​ມທັງ​ໂຄງ​ປະກອບ​​ເສດຖະກິດ,​ພື້ນຖານ​ໂຄງ​ລ່າງ,ສະພາບ​ແວດ​ລ້ອມ​ທາງ​ດ້ານ​​​ເສດຖະກິດ​ມະຫາ​ພາກ,ສຸຂະພາບ​,ການ​ສຶກສາຂັ້ນພື້ນຖານ,ການ​ສຶກສາຊັ້ນ​ສູງແລ​ະການ​ຝຶກ​ອົບຮົ​ມ ແລະ​ອື່ນໆ.ຄື​ກັນ​ກັບ​​ໃນປີ2013ຜ່ານ​ມາ​ນີ້​,ສິງ​ກະ​​ໂປ​ງ​ເປັນອົງ​ກອນ​​ເສດຖະກິດ​​ພຽງ​ອົງ​ກອນດຽວ​ທີ່​ຈັດ​ຢູ່ອັນ​ດັບ​ແຕ່​ທີ1ຫາ​ທີ3​ໃນ7ມາດຕະຖານ​ຂອງ12ມາດ​ຕະຖານ​ດັ່ງກ່າວ.ທີ່​ຈິງ​ແລ້ວ,ສິ່ງ​ກະ​ໂປ​ຍັງ​ມີ​ທ່າ​ແຮງດ້ານ​ອື່ນໆອີກ​ເຊັ່ນ​ສິ່ງ​ກໍ່​ສ້າງ​ດ້ານຄົມມະນາຄົມ​ທາງບົກ​ແລະ​ທາງ​ທະ​​ເລລະດັບ​ໂລກ,ສະພາບ​ແວດ​ລ້ອມ​ດ້ານ​ເສດຖະກິດ​ມະ​ຫາ​ພາກ,​ການ​ຄຸ້ມ​ຄອງ​ດ້ານ​ການ​ທະນາຄານ​ທີ່​ດີ​ເດັ່ນ​ ​ແລະ​ອື່ນໆ.ນອກຈາກ​ນີ້,ລັດຖະບານ​ສິງກະ​ໂປ​ຍັງ​ໄດ້​ໃຫ້​ຄວາມ​ສໍາຄັນ​ຕໍ່​ການ​ສຶກສາ ​ເຊິ່ງ​ໄດ້​​ເຮັດ​​ໃຫ້​ສິງກະ​ໂປ​ມີ​ຄວາມ​ກ້າວໜ້າ​​ໃນ​ຂົງ​ເຂດ​ການ​ສຶກສາ​ແລະ​ການ​ຝຶກ​ອົບຮົມ​ຂັ້ນ​ສູງ.​ແຕ່​ວ່າ​ບົດ​ລາຍ​ງານ​ຍັງ​ເຫັນ​ວ່າ,​ເຖິງ​ແມ່ນ​ວ່າຄວາ​ມ​ສາມາດ​ດ້ານ​ການ​ປະດິດ​ສ້າງ​​ໃໝ່​ຂອງຂົງ​ເຂດ​ວິສາ​ຫະກິດ​ສ່ວນ​ຕົວ​ນັບ​ມື້ນັບ​ເຂັ້ມ​ແຂງ​ຂຶ້ນ,​ກໍ​ຍັງ​ມີ​ຄວາມ​ອາດ​ສາມາດ​ທີ່​ຈະຍົກ​ສູງ​ຕື່ມ​ອີກຂຶ້ນ.