ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງກ່ຽວ​ກັບ​ການ​ປະຕິ​ດບັດ"ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ຊູ່​ໂຈ່​ວຂອງ​ຈີນ

(GMT+08:00) 2013-09-10 18:15:04     cri
ຕາມ​ຂ່າວCRI: ວັນ​ທີ 10 ກັນຍາ​ນີ້​ຢູ່​ທີ່ປັກ​ກິ່ງ, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຄັ້ງ​ທີ 6 ກ່ຽວ​ກັບ​ການ​ປະຕິບັດ"ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້"​ແລະ​ກອງ​ປະຊຸມ​ໜ່ວຍ​ງານ​ປະສົມ​ຄັ້ງ​ທີ 9 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ຊູ່​ໂຈ່​ວ​ແຂວງ​ຈ່ຽງຊູ່​ຂອງ​ຈີນ​ແຕ່​ວັນ​ທີ 14 ຫາ​ວັນ​ທີ 15 ກັນຍາ​ນີ້.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ຮອດ​ເວລາ​ນັ້ນ, ຝ່າຍ​ຕ່າງໆ​ຈະ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ປະຕິບັດ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງຮອບດ້ານ​ແລະ​ມີ​ປະສິດທິ​ຜົນ, ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ທະ​ເລ, ພ້ອມ​ກັນ​ນັ້ນຈັດການ​ປຶກສາ​ຫາລື​ກ່ຽວ​ກັບ​ "ຫຼັກ​ມາດ​ຖານ​ກ່ຽວ​ກັບ​ການ​ກະທຳ​ຢູ່​ທະ​ເລ​ຈີນ​ໃຕ້"​ພາຍ​ໃຕ້​ຂອບ"ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້".