ຈີນຮົງ​ກາຣີ​ເຊັນ​ສັນຍາ​ແລກປ່ຽນ​ເງິນຕາ​ມາດຕະຖານ​ສອງ​ຝ່າຍ​ທີ່​ມີ​ມູນ​ຄ່າ 10 ຕື້​ຢວນ

(GMT+08:00) 2013-09-10 18:18:05     cri
ວັນ​ທີ 9 ກັນຍາ​ນີ້, ທະນາຄານ​ປະຊາຊົນ​ຈີນ​ແລະ​ທະນາຄານ​ສູນ​ກາງ​ຮົງ​ກາຣີ​ໄດ້​ເຊັນ​ສັນຍາ​ແລກປ່ຽນ​ເງິນຕາ​ມາດຕະຖານ​ສອງ​ຝ່າຍ​ໂດຍ​ຜ່ານ​ການ​ອະນຸມັດ​ຈາກ​ລັດຖະບານ​ຈີນ, ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານການ​ເງິນ​ສອງ​ຝ່າຍ​, ຊຸກຍູ້ການ​ຄ້າ​​ແລະ​ການ​ລົງທຶນ​ຂອງ​ສອງ​ປະ​ເທດ, ຮ່ວມ​ກັນຮັກສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເງິນ​ຂອງ​ພາກ​ພື້ນ. ມູນ​ຄ່າ​ຂອງ​ການແລກປ່ຽນ​ແມ່ນ 10 ຕື້​ຢວນ, ​ສັນຍາ​ດັ່ງກ່າວ​ມີ​ຜົນ​ບັງຄັບ​ໃຊ້​ເປັນ​ເວລາ 3 ປີ, ​ແລະ​ສາມາດ​ແກ່ຍາວ​ເວລາ​ໂດຍ​ຜ່ານ​ຄວາມ​ເຫັນ​ດີ​ຈາກ​ສອງ​ຝ່າຍ.

ທະນາຄານ​ກາງ​ຮົງ​ກາຣີ​ແມ່ນ​ທະນາຄານ​ໜຶ່ງ​ຂອງ​​ເອີ​ລົບ​ທີ່​ໄດ້​ເຊັນ​ສັນຍາ​​ແລກປ່ຽນ​ເງິນຕາ​ກັບ​ທະນາຄານ​ຂອງ​ຈີນ​ກ່ອນໝູ່.

​ເຈົ້າ​ໜ້າ​ທີ່ທະນາຄານ​ກາງ​ຮົງ​ກາຣີກາວ​ວ່າ, ໃນ​ຫຼາຍ​ປີ​ມາ​ນີ້​, ເຖິງ​ວ່າ​​ໄດ້ເກີດ​ວິ​ກິດ​ການ​ກການ​ເງິນ​ສາກົນ, ​ແຕ່​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຮົງ​ກາ​ຣີ​ໄດ້​ເພີ່ມ​ຂຶ້ນຕະຫຼອດ​ມາ​. ປີ​ 2012 ຜ່ານ​ມາຍອດ​ມູນ​ຄ່າການສົ່ງອອກ​ສິນຄ້າ​ຂອງ​ຮົງ​ກາຣີຕໍ່​ຈີນ​ແມ່ນ 1 ຕື້ 800 ລ້ານ​ໂດ​ລາ, ຈີນ​ໄດ້​ສົ່ງ​ອອກ​ສິນຄ້າ​ໄປ​ຮົງ​ກາຣີມູນ​ຄ່າ 5 ຕື້ 400 ລ້ານ​ໂດ​ລາ. ການ​ເຊັນ​ສັນຍາ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ການຂະຫຍາຍຕົວຂຶ້ນ​ຕື່ມ​ອີກ, ພ້ອມ​ກັນ​ນັ້ນ​ອາດ​ຈະປ​ເປັນ​ການ​ປັບປຸງ​ການ​ປະ​ເມີນ​ຄວາມ​ສ່ຽງ​ຂອງ​ນັກ​ລົງທຶນ​ຕໍ່​ຮົງ​ກາ​ຣີ​ໃຫ້​ດີ​ຂຶ້ນ.