ຈີນ​ເຕືອນ​ໃຫ້​ຍີ່ປຸ່ນ​ຄວບ​ຄຸມການ​ຮົ່ວ​ໄຫຼນ້ຳ​ເປື້ອນກຳມັນຕະພາບລັງສີ​ທີ່​ໂຮງ​ໄຟຟ້າ​ນິວ​ເຄຼຍ​ຟູ​ຄູ​ຊີ​ມະ​ໂດຍ​ໄວ

(GMT+08:00) 2013-09-10 12:31:18     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 9 ກັນຍາ​ນີ້, ສະພາ​ມົນຕີ​ອົງການ​ພະລັງງານ​ປະລະມານູ​ສາກົນ​ໄດ້​ຈັດ​ກອງ​ປະຊຸມ​ຂຶ້ນຢູ່​ທີ່​ນະຄອນ​ຫຼວງວຽນຂອງໂອຕຼີສ, ໃນ​ກອງ​ປະຊຸມ​ຄັ້ງນີ້, ຈີນ​ໄດ້​ເຕືອນ​ໃຫ້​ຍີ່ປຸ່ນທຳ​ຄວາມ​ພະຍາຍາມ​ເພື່ອຄວບ​ຄຸມການ​ຮົ່ວ​ໄຫຼນ້ຳ​ເປື້ອນກຳມັນ ຕະພາບລັງສີ​ທີ່​ໂຮງ​ໄຟຟ້າ​ນິວ​ເຄຼຍ​ຟູ​ຄູ​ຊີ​ມະ​ໂດຍ​ໄວ.

ບັນຫາ​ການ​ຮົ່ວ​ໄຫຼນ້ຳ​ເປື້ອນກຳ​ມັນ​ຕະພາບ​ລັງສີ​ຂອງ​ໂຮງ​ໄຟຟ້າ​ນິວ​ເຄຼຍຟູ​ຄູ​ຊີ​ມະ​ຍີ່ປຸ່ນ ​ແມ່ນ​ໜຶ່ງ​ໃນ​ຫົວ​ຂໍ້​ທີ່​ສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງນີ້. ທ່ານ​ຫວາງ​ອີ້​ເຣີ້ນ, ຄະນະ​ມົນຕີ​ຜູ້​ໃໝ່​ຂອງ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ, ​ໂດຍ​​ໄດ້​ເຕືອນ​ໃຫ້​ຍີ່ປຸ່ນ​ໃຊ້​ມາດ​ຕະການ​ທີ່​ມີ​ປະສິດທິ ພາບ ​ເພື່ອ​ສາມາດ​ຄວບ​ຄຸມ​ຢ່າງ​ມີ​ປະສິດທິ​ຜົນ​ຕໍ່​ບັນຫາ​ການ​ຮົ່ວ​ໄຫຼຂອງນ້ຳ​ເປື້ອນກຳ​ມັນ​ຕະພາບ​ລັງສີ​ທີ່​ໂຮງ​ໄຟຟ້າ​ນິວ​ເຄຼຍຟູ​ຄູ​ຊີ​ມະ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມພາຍ​ນອກໃຫ້​ລົງ​ຮອດ​ລະດັບ​ຕ່ຳ​ສຸດ, ​ແຈ້ງ​ສະພາບ​ທີ່​ກ່ຽວຂ້ອງ​ໃຫ້​ປະ​ເທດ​​ແລະ​ພາກ​ພື້ນອ້ອມ​ຂ້າງ​ພ້ອມ​ທັງ​ປະຊາ​ຄົມ​ໂລກ​ໄດ້​ຮັບ​ຊາບ​ຢ່າງ​ທັນ​ການ​ແລະ​ຖືກຕ້ອງ.