ຈີນ​ຈະສົ່ງ​ຂ່າວສານ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃຫ້​ໂລກ

(GMT+08:00) 2013-09-10 14:14:51     cri
ຕາມ​ຂ່າວCRI: ວັນ​ທີ9ກັນຍາ​ນີ້, ທ່ານ​ຫຼີ​ເຄີ້ຊຽງ, ນາຍົກລັດຖະມົນຕີຈີນ​ໄດ້​ຂຽນ​ບົດ​ຄວາມທີ່​ມີ​ຊື່ວ່າ<ຈີນ​ຈະ​ສົ່ງ​ຂ່າວສານ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃຫ້​ໂລກ>ລົງ​ໜັງສືພິມ<​ຟີ​ແນນ​ໂຊວ​ໄທ​ມສ໌>ຂອງ​ອັງກິດ.

ທ່ານ​ຫຼີ​ເຄີ້ຊຽງ​ຂຽນ​ໃນ​ບົດ​ຄວາມ​ວ່າ, ​ເວທີ​ປຶກສາ​ຫາລື​ດາ​​ໂວ​ສ໌ລະດູ​ຮ້ອນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ຕ້າຫຼຽນຈີນ​ໃນ​ອາທິດ​ນີ້​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈຈາກ​ທົ່ວ​ໂລກ, ຄົນ​ທັງຫຼາຍ​ຢາກ​ໄດ້​ຮັບ​ສັນຍານຂອງ​ລັດຖະບານ​ຈີນ, ຮູ້ສຶກ​ເຖິງ​ກຳລັງ​ດ້ານ​ເສດຖະກິດ​ຂອງ​ຈີນ​ທີ່​ກຳລັງ​ຢູ່​ໃນ​ໄລຍະ​ທີ່ສຳຄັນ​ຂອງ​ການຫັນປ່ຽນ​ຮູບ​ແບບ​ການ​ພັດທະນາ. ຈີນ​ຈະຣັກສາ​ການ​ພັດທະນາດ້ານ​ເສດຖະກິດຢ່າງ​ປອດ​​ໃສ​ໃນ​ໄລຍະ​ຍາວ, ຈີນ​ຈະສືບ​ຕໍ່​ພັດທະນາຕາມ​ເສັ້ນທາງ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່ພາຍ​ນອກ.

​ໃນ​ເດືອນ​ມີນາ​ປີ​ນີ້​ລັດຖະບານ​ຈີນ​ຊຸດ​​ໃໝ່​​ເລີ່​ມ​ເຂົ້າ​ບໍລິຫານ​ປະ​ເທດ, ກໍ​ໄດ້​ສະ​ເໜີ​ຢ່າງ​ຈະ​ແຈ້ງວ່າ​ເອົາການ​ພັດທະນາ​ເສດຖະກິດຢ່າງ​ຕໍ່​ເນື່ອງ, ການ​ປັບປຸງ​ຊີວິ​ດການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຊຸກ​ຍູ້​ໃຫ້​ສັງຄົມມີຄວາມ​ຍຸດຕິ​ທຳ​ເປັນ​ເປົ້າໝາຍ​ຂອງການບໍລິຫານ. ຈີນ​ຕ້ອງວາງ​ແຜນ"ການ​ເຮັດ​ໃຫ້ການ​ເຕີບ​ໂຕ​ມີ​ຄວາມ​ໝັ້ນ​ທ່ຽງ, ການ​ປັບປຸງ​ໂຄງ​ປະກອບ, ການ​ຊຸກຍູ້​ການ​ປະຕິ​ຮູບ."

ການ​ລົງ​ເລິກ​ການ​ປະຕິ​ຮູບ​ຍັງຄົງ​ແມ່ນ​ກຳລັງ​ຊຸກຍູ້​ແບບ​ຍືນ​ຍົງ. ລັດຖະບານຈີນ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ປະຕິ​ຮູບ​ດ້ານ​ການຄຸ້ມ​ຄອງການ​ບໍລິຫານ, ການ​ເງິນ​ພາສີ, ທະນາຄານ, ລາຄາ​ແລະ​ອື່ນໆ. ພ້ອມ​ກັນ​ນັ້ນ, ການ​ເລັ່ງລັດການ​ເປີດ​ປະຕູ​ສູ່​ນອກ​ເປັນ​ເຄື່ອງ​ຍູ້​ໜູນ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ການ​ເປີດ​ກວ້າງ​ຄວາມ​ຕ້ອງການ​ພາຍ​ໃນ​​ແມ່​ນທິດ​ທາງ​ການ​ພັດທະນາ​ຕົ້ນຕໍ. ​ໃນ​ຂະນະ​ທີ່​ເອົາ​ໃຈ​ໃສ່​ການ​ບໍລິ​ໂພ​ກ, ຈີນ​ກໍ​ຕ້ອງ​ຮັກສາ​ການ​ລົງທຶນ​ຢ່າງ​ເໝາະ​ສົມ, ຈຸດ​ສຳຄັນ​ແມ່ນ​ເລັ່ງລັດ​ການ​ພັດທະນາ​​ຂະ​ແໜງ​ການປະຢັດ​ພະລັງງານ​ແລະ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ, ​ການ​ກໍ່ສ້າງ​ໂຄງການທາງ​ລົດ​ໄຟ​ພາກ​ກາງ​​ແລະ​ພາກຕາ​ເວັນ​ຕົກ​, ພື້ນ​ຖານ​ໂຄງ​​ໃນ​ຕົວ​ເມືອງ​​ແລະ​ອື່ນໆ. ການ​ຫັນ​ເປັນ​ຕົວ​ເມືອງ​ໄດ້​ສະໜອງ​ກຳລັງ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ​ແກ່​ການ​ເປີດ​ກວ້າງ​ຄວາມ​ຕ້ອງການ​ພາຍ​ໃນ​ໃນ​ໄລຍະ​ຍາວ. ຂະ​ແໜງ​ການ​ບໍລິການ​ແມ່ນ​ຈຸດ​ຄ້ຳ​ຊູ​ໃໝ່.

ຈີນ​ຍັງ​ແມ່ນ​ປະ​ເທດ​ທີ່​ກຳລັງ​ພັດທະນາ, ມີໜ້າ​ທີ່​ແລະມີ​ສິ່ງ​ທ້າ​ທາຍ​ຂອງ​ຕົນ​ຢ່າງ​ຫຼວງ​ຫຼາຍ, ຄຽງຄູ່​ກັບການ​ເພີ່ມ​ຂຶ້ນ​ຂອງ​ກຳລັງ​ສັງ​ລວມ​ແຫ່ງ​ຊາດ​ຂອງ​ຈີນ, ຈະຫາບ​ແບກໜ້າ​ທີ່​ແລະ​ພັນທະ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ຕົນ​ຢ່າງ​ຫຼາຍ​ກວ່າ​ເກົ່າ​ໃນ​ວຽກ​ງານ​ສາກົນ, ຮ່ວມ​ກັນ​ກັບປະ​ເທດ​ຕ່າງໆ​ໃນ​ການຊຸກຍູ້​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ. ຂ້າພະ​ເຈົ້າ​ຫວັງ​ວ່າ, ​ເສດຖະກິດ​ຂອງ​ໂລກ​ຈະ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຄືນ​ໃໝ່​ຢ່າງ​ແນ່ນອນ. ​ການ​ຂະຫຍາຍຕົວ​ຂອງເສດຖະກິດ​​ຈີນກໍ່​ຈະ​ສະໜອງ​ກຳລັງ​ໃໝ່​​ແກ່​ເສດຖະກິດ​ຂອງ​ໂລກ​ເຊັ່ນ​ກັນ.​