​ແມ່​ຂາວ​ໄທ​ສະ​ແດງ​ຈຸດ​ຢືນ​ຕໍ່ກຸ່ມ​ພະສົງ​ໃນ​ປະ​ເທດ​ໄທ​ເພື່ອ​ຍາດ​ແຍ່ງ​ຖານະ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ

(GMT+08:00) 2013-09-10 14:36:55     cri

ຕາມ​ຂ່າວ CRI​: ປະ​ເທດ​ໄທ​ແມ່ນ​ປະ​ເທດ​ທີ່ເຊື່ອ​ຖື​ພຸດທະສາສະໜາຫິນະ​ຍານ, ​ປະຊາຊົນ​ທົ່ວ​ປະ​ເທດ​ມີ​ເກືອບ 95% ​ເຊື່ອຖື​ສາສະໜາ​ພຸດ. ​ແຕ່​ຍ້ອນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ພະ​ທຳຄຳສອນ​ຫິນະ​ຍານ, ຢູ່​ໄທ​ໄດ້​ຫ້າມ​ບໍ່​ໃຫ້ຜູ້ຍິງ​​ບວດ​​ເປັນ​ພິກຂຸນີ. ​ໂດຍ​ພາຍ​ໃຕ້​ເບື້ອງຫຼັງຄື​ແນວ​ນີ້, ມີ​ຜູ້ຍິງ​ຈຳນວນ​ໜຶ່ງ​ທີ່​​ເຫຼື້ອມ​ໃສສັດທາ​ຕໍ່ພະ​ທຳ​ຂອງ​ພະພຸດທະ​ເຈົ້າຫວັງ​ຢາກທຳ​ຄວາມ​ພະຍາຍາມ​​ແລະ​ຮຽກຮ້ອງ​ໄປ​ຍັງ​ທົ່ວ​ປວງ​ຊົນ​ໄທ​ເພື່ອ​ໃຫ້​ຮັບຮອງ​ການ​ບວດ​​ເປັນ​ພິກຂຸນີ, ​​ແລະ​ຮຽກຮ້ອງ​ໃຫ້​ຟື້ນ​ຟູ​ຄວາມ​ສົມບູນ​ຂອງ​ສິດ​ໃນ​ການ​ບວດ​ສຳລັບ​ຍິງ​ຊາຍ​ໃນ​ສາສະໜາ​ພຸດ.




1, ກັບ​ມາ​ຈາກ​ການ​ໄປ​ໃສ່​ບາດ

 


2, ​ແມ່​ຂາວ​ທີ່​ພວມ​ໃສ່​ບາດ


1 2 3 4